ຂະບວນແຫ່ຜ້າປ່າສາມັກຄີ ລາວ-ໄທ ທີ່ວັດຈະເລີນສຸກ.​

ວັນທີ 25 ເມສາ 2026 ນີ້,​ ທີ່ວັດຈະເລີນສຸກ, ເມືອງສາມັກຄີໄຊ, ແຂວງອັດຕະປື ໄດ້ມີພິທີແຫ່ຜ້າປ່າສາມັກຄີ ມິດຕະພາບ ລາວ-ໄທ ເພື່ອສົມ​ທົບທຶນເຂົ້າໃນການບູລະນະວັດວາອາຣາມ ແລະ ສົ່ງເສີມພຸດທະສາສະໜາໃຫ້ຮຸ່ງເຮືອງສືບຕໍ່ໄປ.

ພິທີໃນຄັ້ງນີ້ ແມ່ນເກີດຂຶ້ນຈາກສັດທາອັນແຮງກ້າຂອງຄະນະເຈົ້າພາບທັງພາຍໃນ ແລະ ພາຍນອກ ເພື່ອສົມທົບທຶນຮອນເຂົ້າໃນການບູລະ ນະສ້າງສາລາໂຮງທໍາຫຼັງໃໝ່ ແລະ ພັດທະນາວັດວາອາຣາມ ໃຫ້ມີຄວາມສະຫງ່າງາມ,​ ເຈົ້າພາບສັດທາຫຼັກໃນ​ພິທີດັ່ງກ່າວໄດ້ຮັບຄວາມເມດຕາທຳໂດຍເຈົ້າພາບພາຍໃນນໍາໂດຍ ພຣະອາຈານ ມະຫາຄໍາໃສ ທໍາມະນະຈິດໂຕນາຄໍາຈັນ, ເປັນຜູ້ນໍາພາທາງດ້ານຈິດໃຈ ແລະ ຝ່າຍສົງ,​ ສ່ວນຈົ້າພາບພາຍນອກນໍາໂດຍ ທ່ານ ພູຄໍາ ດວງພະບາງ, ພ້ອມດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງ ຄະນະສັດທາຈາກປະເທດເພື່ອນບ້ານ ໄດ້ຮັບກອງຜ້າປ່າອັນເປັນມະຫາກຸສົນ,​ ເຊິ່ງເດີນທາງມາຈາກ ບ້ານຄໍາຍາງ, ເມືອງເພັດພີບູນ, ແຂວງອຸບົນຣາດສະຖານີ, ລາຊະອານາຈັກໄທ,​ ໃນນາມເຈົ້າພາບຜ່າປ່າສາມັກຄີ,​ ເຊິ່ງເພິ່ນໄດ້ເປັນສູນລວມຈິດໃຈໃນການເຕົ້າໂຮມເອົາສັດທາຈາກທັງຝັ່ງລາວ ແລະ ຝັ່ງໄທ ໃຫ້ມາຮ່ວມບຸນກຸສົນໃນຄັ້ງນີ້.

ບັນຍາກາດພາຍໃນງານແຫ່ຜ້າປ່າແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ, ມີຂະບວນແຫ່ກອງຜ່າປ່າທີ່ຕົບແຕ່ງຢ່າງຈົບງາມ, ພ້ອມດ້ວຍສຽງກອງ, ສຽງເຊີ້ງ ແລະ ການຟ້ອນລຳຕາມຮີດຄອງປະເພນີທີ່ເປັນເອກະລັກ, ມີຄະນະສັດທາຈາກປະເທດໄທ ແລະ ອອກຕົນຍາດໂຍມພາຍ​ໃນແຂວງອັດຕະປື ໂດຍສະເພາະຊາວ​ເມືອງສາມັກຄີໄຊ ກໍ່ຄືຊາວບ້ານລະຍາວ ເຂົ້າຮ່ວມຢ່າງຄຶກຄື້ນ, ສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມທາງດ້ານວັດທະ ນະທຳ ແລະ ສາສະ ໜາຂອງສອງຊາດ.

ພາຍຫຼັງຂະບວນແຫ່ເຂົ້າວັດແລ້ວ, ໄດ້ມີພິທີຖວາຍຜ້າປ່າ ແລະ ຮັບຟັງພຣະທຳມະເທດສະ​ນາ ເພື່ອເປັນສິລິມຸງຄຸນແກ່ຜູ້ເຂົ້າຮ່ວມທຸກທ່ານ.​ ການຈັດງານບຸນຜ້າປ່າສາມັກຄີ​ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮວບຮວມປັດໄຈເພື່ອວັດຖຸປະສົງທາງສາສະໜາເທົ່ານັ້ນ, ແຕ່ຍັງເປັນເປັນຂີດໝາຍອັນສໍາຄັນໃນການຮັດແໜ້ນຄວາມສາມັກຄີ​ ລະຫວ່າງ​ ພີ່ນ້ອງຊາວເມືອງສາມັກຄີໄຊ ແຂວງອັດຕະປື ແລະ ພີ່ນ້ອງຈາກແຂວງອຸບົນຣາດຊະທານີ ໃຫ້ມີຄວາມໃກ້ຊິດສະໜິດ​ສະ​ໜົມກັນຍິ່ງໆຂຶ້ນ ໂດຍມີພຸດທະສາສະໜາເປັນຂົວຕໍ່.

ຂ່າວ-ພາບ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa