ອົງການແນວລາວສ້າງຊາດແຂວງອັດ​ຕະປື ສຳ​ເລັດ​ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VIII.

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກແນວລາວສ້າງຊາດ​ ແຂວງອັດຕະປື ໄດ້ໄຂຂື້ນ ແລະ​ ອັດລົງດ້ວຍຜົນສໍາເລັດ​ ໃນວັນທີ 8 ພຶດສະພາ 2026​ ທີ່ຫ້ອງປະ ຊຸມແນວລາວສ້າງຊາດແຂວງ,​ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະ​ຫາຍ ນາງ​ ບັນທະໄລ ແກ້ວມະນີວົງ ຄະ​ນະປະຈຳພັກແຂວງ, ເລຂາໜ່ວຍພັກ ແນວລາວສ້າງຊາດແຂວງ, ມີຄະນະໜ່ວຍພັກ,​ ສະ​ມາ​ຊິກພັກ​ສົມບູນ-ສຳຮອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.​

ກອງປະຊຸມ​ໃຫຍ່​ ຄັ້ງທີ​ V​III ຂອງໜ່ວຍພັກແນວລາວສ້າງຊາດແຂວງອັດ​ຕະປື ເທື່ອນີ້ ໄດ້ໄດ້ດຳເນີນໄປພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ກໍ່ສ້າງໜ່ວຍພັກໃຫ້ ປອດໃສ,​ ເຂັ້ມແຂງ,​ ໜັກແໜ້ນ ໃນທຸກດ້ານ”​.​

ໃນວາລະກອງປະຊຸມ​ ສະຫາຍ ນາງ ບັນທະໄລ ແກ້ວມະນີວົງ ໄດ້ຜ່ານຮ່າງບົດລາຍງານການເມືອງ 5 ປີຜ່ານມາ (2021-2025) ແລະ ທິດ ທາງແຜນ​ການ​ 5​ ປີ​ຕໍ່​ໜ້າ(2026-2030) ຜ່ານຮ່າງບົດສະ ຫຼຸບການຈັດຕັ້ງປະຕິບັດແຜນ​ພັດ​ທະນາວຽກງານວິຊາສະເພາະຂອງອົງການແນວລາວສ້າງຊາດແຂວງ,​ ໜ່ວຍພັກແນວລາວສ້າງຊາດແຂວງອັດຕະປື,​ ມີສະມາຊິກພັກທັງ​ໝົດ 24 ສະຫາຍ, ຍິງ 10 ສະຫາຍ,​ ສຳຮອງ 2 ສະຫາຍ,​ ຜ່ານມາຄະນະໜ່ວຍພັກ ໄດ້ຮ່ວມຊີ​ວິດໜ່ວຍພັກ​ ເປັນປົກ ກະຕິ,​ ເສຍເງິນສະຕິບຳ​ລຸງ, ປັບປຸງແບບແຜນການເຄື່ອນໄຫວ, ສຶກ​ສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ຈັດຕັ້ງຄົ້ນຄ້ວາຮໍ່າຮຽນເຊື່ອມຊຶມເອກະສານ, ນໍາພາຈັດ​ຕັ້ງປະຕິບັດໜ້າທີ່ການເມືອງ, ກໍ່ສ້າງສະມາຊິກພັກ, ພະນັກງານຕາມແຜນບຳລຸງ-ກໍ່ສ້າງທາງດ້ານວິຊາສະເພາະ ແລະ ທາງດ້ານທິດສະດີ, ການເຄື່ອນໄຫວ ໄປມາຂອງສະມາຊິກພັກ​ ເຫັນວ່າຖືກຕ້ອງຕາມກົດລະບຽບຂອງພັກ, ກົດ​ໝາຍຂອງລັດ ເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ປັດຈຸບັນໄດ້ຮັບການຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ,​ ໜັກແໜ້ນ 2 ປີ ຕິດຕໍ່ກັນຄື: ປີ 2021-2022 ແລະ ປີ 2024,​ ໄດ້ຈັດ​ປະ​ເພດສະມາຊິກພັກໜ່ວຍພັກແຂງ.​ ກອງປະຊຸມຍັງໄດ້ຜ່ານຮ່າງບົດສຳ​ຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ ແລະ ກ່າວລາໜ້າທີ່.

ກອງປະຊຸມ ໄດ້ຜ່ານມາດຖານເງື່ອນ​ໄຂຄະນະ​ພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງຜູ້ອອກສະ​ໝັກຄະນະພັກຊຸດໃໝ່. ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳ​ນວນ 5 ສະ​ຫາຍ ຍິງ 1 ສະຫາຍ, ຜົນການປ່ອນບັດ ໃຊ້ສິດປະ​ຊາທິປະໄຕຂອງ.​ແລະ​ ກອງປະຊຸມປະຖົມມະລຶກ​ ໄດ້ເປັນເອ​ກະສັນ ເລຶອກເອົາສະ​ຫາຍ ພອນປະເສິດ ທອງສີທາວົງ ເປັນເລຂາໜ່ວຍພັກ ແນວລາວສ້າງຊາດ​ ແຂວງອັດຕະປື​ ຊຸດໃໝ່ ສະ​ໄໝທີ​ VIII, ສະ​ຫາຍ ນາງ ດວງມີໄຊ ສິດທິປະເສີດ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ເຮັດວຽກງານກວດກາໜ່ວຍພັກ ແລະ ສະຫາຍ ຄຳລຽນ ແສງກະເລົາ ເປັນກຳມະການຄະນະໜ່ວຍພັກ.​

ຕອນທ້າຍ​ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ​ເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລ​ຍະ​ຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງ ແລະ ປະຕິບັດໜ້າ​ທີ່ວິຊາສະເພາະໃຫ້ມີຄວາມຍຸຕິທຳ ແລະ ໂປ່ງໃສ,​ ເພື່ອສ້າງຄວາມເຊື່ອ​ໝັ້ນໃຫ້ແກ່ມະຫາຊົນ ແລະ ສັງຄົມ,​ ປະຊາຊົນລາວບັນດາເຜົ່າ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍ​ໃນໜ່ວຍພັກ​ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ​, ພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນ ຜັນຂະຫຍາຍມະ​ຕິກອງປະຊຸມໃຫຍ່ ຂອງອົງ​ຄະ​ນະພັກແຂວງ ແລະ ແຜນພັດທະນາເສດຖະ​ກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຢ່າງແທ້ຈິງ.
ຂ່າວ: ທິດປະສົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa