
ພິທີເຊັນບົດບັນທຶກການຮ່ວມມື ໃນໄລຍະ 5 ປີ (2026-2030) ລະຫວ່າງ ແຂວງອັດຕະປື ແລະ ແຂວງຈໍາປາສັກ ໄດ້ຈັດຂຶ້ນ ໃນວັນທີ 14 ພຶດສະພາ 2026 ນີ້; ທີ່ຫ້ອງປະຊຸມຫ້ອງວ່າການແຂວງອັດຕະປື, ເຂົ້າຮ່ວມລົງນາມ ເຊັນບົດບັນທຶກໃນຄັ້ງນີ້ ໂດຍທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ , ປະທານສະພາປະຊາຊົນແຂວງອັດຕະປື ແລະ ທ່ານ ປອ. ອະລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາ ສັກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງແຂວງເຂົ້າຮ່ວມເປັນສັກຂີພິຍານ.
ໃນການເຊັນບົດບັນທຶກຄັ້ງນີ້ແມ່ນ ເພື່ອເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງອັດຕະປື ແລະ ອົງຄະນະພັກແຂວງຈໍາປາສັກ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງແຂວງອັດຕະປື ແລະ ແຂວງຈຳປາ ສັກ ທັງເປັນການຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະ ໃໝ່ ຂອງສອງແຂວງໃຫ້ປະກົດຜົນເປັນຈິງ, ເປັນການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງອັດຕະປື ແລະ ແຂວງຈຳປາສັກ ໃຫ້ມີຄວາມແໜ້ນແຟ້ນ, ເປັນການ ໂຄສະນາປະຊາສໍາພັນວຽກງານໃນແຕ່ລະຂົງເຂດ ແລະ ເພື່ອສ້າງຄວາມເຂັ້ມແຂງລະຫວ່າງກັນ, ຄະນະ ບໍລິຫານງານພັກແຂວງອັດຕະປື ແລະ ຄະນະບໍລິຫານງານພັກແຂວງແຂວງຈຳປາສັກ ເຫັນດີເປັນເອກະພາບ ເພື່ອເພີ່ມທະວີການຮ່ວມມື ໃນການພັດທະນາຮ່ວມກັນໃນບັນດາຂົງເຂດຄື:
ຂົງເຂດການພົວພັນຮ່ວມມືໃນຂົງເຂດ ວຽກພັກ: ແລກປ່ຽນບົດຮຽນ ແລະ ຊຸກຍູ້ການພົວພັນຮ່ວມມືວວຽກງານ ພັກ-ພະນັກງານ, ວຽກງານ ປັບປຸງກົງຈັກ ແລະ ການປົກຄອງ ລະຫວ່າງຄະນະຈັດຕັ້ງແຂວງຈໍາປາສັກ ກັບ ຄະນະຈັດຕັ້ງ ແຂວງອັດຕະປື ໃນໄລຍະບົດບັນທຶກການພົວພັນຮ່ວມມື 5 ປີ 2026-2030. ສອງຝ່າຍເຫັນດີແລກປ່ຽນ, ຖອດຖອນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງ ໃນວຽກງານ ໂຄສະນາອົບຮົມ, ວຽກງານໂຄສະນາ-ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່, ວຽກງານບໍລິຫານ, ຄົ້ນຄ້ວາສັງລວມ-ຂໍ້ມູນຂ່າວສານ, ວຽກສື່ມວນຊົນ ແລະ ວຽກງານ 3 ອົງການຈັດຕັ້ງມະຫາຊົນ.
ຂົງເຂດການພົວພັນຮ່ວມມື ວຽກງານສະພາປະຊາຊົນ: ເພີ່ມທະວີການມີສ່ວນຮ່ວມໃນການຕິດຕາມກວດກາ, ຊຸກຍູ້ ແລະ ສຶກສາອົບຮົມປະຊາຊົນທີ່ ອາໃສຢູ່ລຽບ ຕາມເຂດແດນສອງແຂວງ (ໂດຍສະເພາະເຂດເມືອງປາກຊ່ອງ ແລະ ເມືອງປະທຸມພອນ) ໃນການປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ 3 ປະເພດ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ຂົງເຂດການພົວພັນຮ່ວມມື ການປົກຄອງ: ແລກປ່ຽນບົດຮຽນໃນຂົງເຂດ ວຽກການປົກຄອງແຕ່ລະຂັ້ນ ເປັນຕົ້ນ ແລກປ່ຽນວຽກງານ ສ້າງຕັ້ງ, ຄຸ້ມຄອງ ແລະ ບໍລິການຂອງຕາແສງ, ແລກປ່ຽນບົດຮຽນ ວຽກງານເຄື່ອນໄຫວຂອງການຈັດຕັ້ງບ້ານ ຕາມກົນໄກໄໝ່.
ຂົງເຂດການພົວພັນຮ່ວມມືໃນຂົງເຂດເສດຖະກິດ: ວຽກງານກະສິກຳ ແລະ ສິ່ງແວດລ້ອມ. ສອງຝ່າຍ ເຫັນດີ ຕອບສະໜອງວັດຖຸດິບ ທາງດ້ານຫັດຖະກຳຈັກສານ ໃຫ້ກັນ ແລະ ກັນເປັນຕົ້ນແມ່ນ: ຫວາຍ, ໄມ້ປ່ອງ ແລະ ອື່ນໆ, ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ມີ ຄວາມຊຳນິຊຳນານທາງດ້ານຫັດຖະກຳຈັກສານ ໃນການຈັດຝຶກອົບຮົມໃຫ້ແກ່ກຸ່ມຜະລິດ ຫັດຖະກຳຂອງສອງແຂວງ, ຈັດໃຫ້ມີການຝຶກອົບຮົມແລກປ່ຽນບົດຮຽນໃນການພັດທະນາສິນຄ້າກາໝາຍ, ສົ່ງເສີມການຕະ ຫລາດ ແລະ ການເຂົ້າເຖິງແຫຼ່ງທຶນ, ການພົວພັນຮ່ວມມືດ້ານການກວດກາສິນຄ້ານອກລະບົບ ແລະ ການຄຸ້ມຄອງ, ການຕິດຕາມການນໍາເຂົ້າ, ການເຄື່ອນຍ້າຍນໍ້າມັນເຊື້ອໄຟ ເພື່ອໃຫ້ຕົວເລກສອດຄ່ອງກັນ ລະຫວ່າງສອງແຂວງເຫັນດີເປັນເອກະພາບກັນສ້າງເຄືອຂ່າຍດ້ານກະສິກຳ ແນໃສ່ເຮັດໃຫ້ການຜະລິດກະສິກຳ ແລະ ການສະໜອງລະຫວ່າງແຂວງອັດຕະປື ແລະ ແຂວງຈໍາປາສັກ ໃຫ້ເປັນລະບົບ, ຕໍ່ເນື່ອງ ສາມາດຜະລິດທົດແທນກັນໄດ້. ສອງຝ່າຍເຫັນດີເປັນເອກະພາບກັນ ອໍາ ນວຍຄວາມສະດວກ ແລະ ພົວພັນຮ່ວມມື ພັດທະນາ ກໍ່ສ້າງເສັ້ນທາງໃຫ້ເຊືອມໂຍງເຊື່ອມຈອດກັນ ໂດຍສະເພາະ ທາງຫຼວງແຫ່ງຊາດ ເລກທີ 18A ກໍ່ໃຫ້ພັດ ທະນາເປັນເສັ້ນທາງປູຍາງເຊື່ອມຈອດກັນ ລະຫວ່າງ ເມືອງປະທຸມ ພອນ ແຂວງຈໍາປາສັກ ຫາ ເມືອງ ສາມັກຄີໄຊ ແຂວງອັດຕະປື; ເສັ້ນທາງເລກທີ 9004 ແຕ່ຫົວຂົວເຊປຽນເມືອງສະໜາມໄຊ ຫາ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເສັ້ນທາງ 16 A ແຕ່ຫຼັກ 52 ເມືອງສາມັກຄີໄຊ ແຂວງອັດຕະປື ຫາ ເມືອງປາກຊ່ອງ ແຂວງຈໍາປາ ສັກໃຫ້ໄດ້ການບູລິນະ ສ້ອມແປງ ບຳລຸງຮັກສາ ຢ່າງເປັນປົກະຕິ ຕາມການແບ່ງຂັ້ນຄຸ້ມ ຄອງ ເພື່ອເຮັດໃຫ້ ເສັ້ນທາງດັ່ງກາວ ຢູ່ໃນສະພາບດີ ສາມາດໄປມາໄດ້ສະດວກສະບາຍ.
ຂົງເຂດການຮ່ວມມື ຂົງເຂດວັດທະນະທໍາ-ສັງຄົມ: ວຽກວັດທະນະທໍາ ແລະ ການທ່ອງທ່ຽວເຫັນດີ ຮ່ວມມືກັນໃນການແລກປ່ຽນວຽກງານການຄຸ້ມຄອງ, ການ ອະ ນຸລັກ, ສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳທ້ອງຖິ່ນ ທີ່ເປັນເອກະລັກ, ການຄຸ້ມ ຄອງວັດຖຸ ແລະ ມໍລະດົກດ້ານວັດທະນະທຳ. ສົ່ງເສີມໂຄສະນາ ການທ່ອງທ່ຽວພາຍໃນແຂວງຂອງຕົນ ເພື່ອຊ່ວຍກັນໂຄສະນາ ແລະ ເຜີຍແຜ່ຂໍ້ມູນ ຂ່າວສານໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ຮັບຮູ້ຢ່າງກວ້າງ ຂວາງ; ຊຸກຍູ້ສົ່ງ ເສີມ ເອື້ອອໍານວຍຄວາມສະດວກ ໃຫ້ຜູ້ປະກອບການທຸລະກິດດ້ານການທ່ອງ ທ່ຽວ ໄດ້ມີການພົບປະແລກປ່ຽນ, ສ້າງຄູ່ສັນຍາໃນການສົ່ງນັກທ່ອງທ່ຽວເຊິ່ງກັນ ແລະ ກັນ, ຈັດ ຄາລະວານທ່ອງທ່ຽວຮ່ວມກັນ ໃນໂອກາດວັນສໍາຄັນຕ່າງໆຂອງພັກຂອງຊາດ; ການເຊື່ອມສານ ດ້ານການນໍາທ່ຽວຕາມ ແຫຼ່ງທ່ອງທ່ຽວທາງປະ ຫວັດສາດ, ທຳມະຊາດ ລະຫວ່າງແຂວງຈໍາປາ ສັກ ກັບ ແຂວງອັດຕະປື.ປະກອບສ່ວນໃນການພັດທະນາສະຖານທີ່ທາງດ້ານປະຫວັດສາດ ຖານທີ່ໝັ້ນເຂດໃຕ້ລາວ (ສະຖານທີ່ເຄື່ອນໄຫວເຮັດວຽກງານປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ) ແລະ ແລກປ່ຽນວຽກງານສຶກສາທິການ ແລະ ກິລາ: ໂດຍສະເພາະ ການຊ່ວຍເຫຼືອສະໜັບສະໜູນໃນການຈັດງານມະຫາ ກຳກິລາແຫ່ງຊາດ ທີ່ແຂວງຈໍາປາສັກຈະເປັນເຈົ້າພາບໃນປີ 2028 ທີ່ຈະມາເຖິງນີ້.
ຂ່າວ: ວົງສະໄໝ.