ອັດຕະປື​ ອະນຸຍາດໃຫ້ 6​ ບໍລິສັດເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​.

ພິທີເຊັນສັນຍາສຳປະທານ ໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ໝາກຖົ່ວລຽນ ) ເປັນສິນຄ້າ ຢູ່ເຂດບ້ານ ແບ່ງວີໄລ ແລະ ບ້ານພອນມະ​ນີ, ເມືອງສະ ໜາມໄຊ, ແຂວງອັດຕະປື ລະຫວ່າງ ຄະນະກຳມະການສົ່ງ​ເສີມ ແລະ ຄຸ້ມ​ຄອງການລົງທຶນແຂວງອັດຕະປື ກັບ 6​ ບໍລິສັດເອກະ​ຊົນ ໄດ້ຈັດຂື້ນຢ່າງເປັນທາງການເມື່ອວັນທີ 15 ພຶດສະພາ 2026 ທີ່ຫ້ອງປະຊຸມຫ້ອງການຄະນະກຳມະ​ການສົ່ງ​ເສີມ ແລະ ຄຸ້ມ​ຄອງການລົງທຶນ ແຂວງອັດ​ຕະ​ປື, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວົງ​ ອະໄພວົງ ຮອງປະ​ທານຄະນະກໍາ​ມະ​ການປົກຄອງແຂວງອັດຕະປື, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ,​ ເມືອງ, ພ້ອມດ້ວຍຕົວ​ແທນຈາກ 6 ບໍລິສັດ​ ເຂົ້າ ຮ່ວມເປັນສັກຂີພິ​ຍານ.

ການເຊັນສັນຍາໃນຄັ້ງນີ້ ແມ່ນການຮ່ວມມືກັນ ລະ​ຫວ່າງ ຫ້ອງການຄະ​ນະສົ່ງເສີມການລົງທຶນແຂວງ (ຕາງໜ້າໃຫ້ພາກລັດ) ແລະ 6 ບໍລິ ສັດເອກະຊົນ ເພື່ອດຳເນີນໂຄງການພັດທະນາກະ​ສິກຳແບບຍືນຍົງ.

ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຟື້ນຟູເນື້ອທີ່ປ່າເສື່ອມໂຊມ​ ໃຫ້ມີຄວາມຂຽວງາມຄືນໃໝ່,​ ໂດຍຫັນມາປູກໄມ້ໃຫ້ໝາກທີ່ມີມູນຄ່າທາງເສດຖະກິດສູງ ເປັນຕົ້ນແມ່ນ ໝາກຖົ່ວລຽນ ເພື່ອສ້າງເປັນສິນຄ້າສົ່ງ​ອອກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງ​ຖິ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງເມືອງສະໜາມໄຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ຕາມທິດທາງການພັດທະນາກະສິກຳເປັນສິນ​ຄ້າທີ່ທັນສະໄໝ ແລະ ຍືນຍົງ.

ໂຄງການດັ່ງກ່າວ ມີອາຍຸສໍາປະທານ 30​ ປີ,​ ໂດຍຈະນໍາໃຊ້ເນື້ອທີ່ດິນທັງ​ໝົດ 528.02 ເຮັກຕາ ສໍາປະທານໃນເຂດ 2 ບ້ານເປົ້າໝາຍ, ໃນນີ້ ​ເຂດ​ບ້ານພອນມະນີ, ມີເນື້ອທີ່ 343.​23 ເຮັກຕາ ຈະມີ​ 4 ບໍລິສັດສຳປະ ທານ​ ຄື: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳ​ກັດຜູ້ດຽວ​ ໄດ້ຮັບສໍາປະທານໃນເນື້ອທີ່ 85.63 ເຮັກ​ຕາ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາ​ອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບ​ສໍາ​ປະທານ​ ໃນເນື້ອທີ່ 84.12 ເຮັກຕາ, ບໍ​ລິ​ສັດ ວັນຊະນະ ກະ​ສິກຳ ແລະ ກໍ່ສ້າງ ຄົບວົງ​ຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະ​ທານໃນເນື້ອທີ່ 78.14 ເຮັກຕາ, ບໍ​ລິສັດ ວຽງສະໄໝພັດທະ​ນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳ​ກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 95.34 ເຮັກ​ຕາ,​ ສ່ວນເຂດ ​ບ້ານແບ່ງວິໄລ,​ ມີໃນເນື້ອທີ່ 184.​79 ເຮັກຕາ,​ ມີ 2 ບໍລິສັດ​ ຄື: ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະ​ສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 87.69 ເຮັກຕາ, ບໍລິສັດ ແສງໄຊ ຂາເຂົ້າ-ຂາ​ອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 97.1 ເຮັກ​ຕາ.​

ໂອກາດດັ່ງກ່າວໃນພິທີ, ບັນດາຕົວ​ແທນຈາກພາກສ່ວນລັດ ແລະ ບໍລິ​ສັດເອກະຊົນ ກໍ່ໄດ້ຮ່ວມກັນລົງນາມໃນບົດບັນທຶກສັນຍາ ເພື່ອເລີ່ມດຳ​ເນີນການຈັດຕັ້ງປະຕິບັດໂຄງການໃຫ້ປາກົດຜົນເປັນຈິງຕາມແຜນ​ການທີ່ວາງໄວ້.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa