
ວັນທີ 22 ພຶດສະພາ 2026 ນີ້, ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ທົບທວນຄືນແຜນຮັບມືສຸກເສີນ ປະຈຳປີ 2026 ໃຫ້ແກ່ຄະນະກຳມະການໄພພິບັດຂັ້ນແຂວງ-ຂັ້ນເມືອງ ຂຶ້ນທີ່ສະໂມສອນເມືອງສະໜາມໄຊ, ໂດຍການເປັນປະທານຂອງທ່ານ ສີໄລ ສິສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານທີ່ຢູ່ຕອນລຸ່ມຂອງເຂື່ອນເຂົ້າຮ່ວມ.

ໃນທີ່ປະຊຸມທ່ານ ພູເວດ ແສນປະເສີດ ຜູ້ຈັດການອາວຸໂສ ດ້ານສິ່ງແວດລ້ອມຂອງບໍລິສັດ ເຊປຽນ-ເຊນ້ຳນ້ອຍ ໄດ້ນຳສະເໜີທີ່ຕັ້ງ ແລະແຜນທີ່ລວມຂອງໂຄງການເຂຶ່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ, ຈຸດປະສົງຂອງແຜນຮັບມືສຸກເສີນ, ໜ້າທີ່ຮັບຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ, ຂັ້ນຕອນຮັບມືກໍລະນີສຸກເສີນ, ຕົວຢ່າງຂອງການແຈ້ງເຕືອນກໍລະນີສຸກເສີນ, ແຜນທີ່ວິເຄາະເຂດອຸທົກກະໄພຂອງເຂື່ອນໄຟຟ້າເຊປ່ຽນ-ເຊນ້ຳນ້ອຍ, ແນະນຳການຈັດຕັ້ງປະຕິບັດແຜນຮັບມືສຸກເສີນ ປະຈຳປີ 2025 ແລະແຜນການຈັດຕັ້ງປະຕິບັດແຜນຮັບມືສຸກເສີນ ປະຈຳປີ 2026 ເຊິ່ງທົບທວນຄືນແຜນຮັບມືສຸກເສີນຄັ້ງນີ້ກໍ່ເພື່ຶອຕອບສະ ໜອງແຜນການຮັບມືສຸກເສີນໃຫ້ແກ່ຜູ້ໄດ້ຮັບຜົນກະທົບທັງໝົດ, ເພື່ອຮັບປະກັນວ່າພະນັກງານໂຄງການ, ຂະແໜງການທີ່ກ່ຽວຂ້ອງຂອງລັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນທຸກຄົນຮູ້ວ່າຈະເຮັດແນວໃດ ໃນກໍລະນີມີເຫດສຸກເສີນຈາກເຂື່ອນໃດໜຶ່ງຂອງໂຄງການ ເຊັ່ນ: ບ້ານທີ່ຈະຖືກອົບພະຍົບ, ເສັ້ນທາງອົບພະຍົບ, ຈຸດເຕົ້າໂຮມທີ່ປອດໄພ, ຂົວ ແລະເສັ້ນທາງຕ່າງໆ ທີ່ຈຳເປັນຕ້ອງຖືກປິດ, ຮັບປະກັນແຜນອົບພະຍົບໃຫ້ວ່ອງໄວ, ທັນການ ແລະການແຈ້ງການໃຫ້ທັນຕໍ່ສະຖານະການສຸກເສີນ, ເພື່ອຫຼີກລ້ຽງການສູນເສຍ ກໍລະນີເກີດໄພນ້ຳຖ້ວມຈາກເຂື່ອນແຕກ, ການປ່ອຍນ້ຳຜະລິດມານຫຼາຍ ຫຼື ນ້ຳລົ້ນຈາກເຂື່ອນ.

ທ່ານ ສີໄລ ສິສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ໄດ້ມີຄຳເຫັນວ່າ: ການທົບທວນທວນຄືນແຜນຮັບມືສຸກເສີນ ຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນ ໃນການສືບຕໍ່ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ, ບົດຮຽນປະສົບການໃນການຕອບໂຕ້ໄພພິບັດທີ່ພົບພໍ້ໃນໄລຍະຜ່ານມາ ເພື່ອເປັນບົດຮຽນໃນການວາງແຜນກຽມພ້ອມຮັບມືກັບໄພພິບັດທີ່ ອາດເກີດຂື້ນ, ຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງໂດຍສະເພາະແມ່ນການ ເຕືອນໄພ, ການຕອບໂຕ້ສຸກເສີນໃຫ້ວ່ອງໄວທັນສະພາບການ, ການເກັບກຳຂໍ້ມູນລາຍງານ ໃຫ້ມີຄວາມວ່ອງໄວ, ຊັດເຈນໃນຊ່ວງສຸກເສີນເພື່ອເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ຮັບການຊ່ວຍເຫຼືອວ່ອງໄວທັນສະພາບການຂື້ນກວ່າເກົ່າ. ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ຂາວພອນ