ເມືອງຊານໄຊ ປະກາດສ້າງຕັ້ງຕາແສງກອງນາ ເປັນຕາແສງທີ່ 2 ຂອງເມືອງ.

ໃນວັນທີ 22 ພຶດສະພາ 2026​ ນີ້, ເມືອງຊານໄຊ​ ແຂວງອັດຕະປື​ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງກອງນາ ເປັນຕາແສງທີ່ 2 ຂອງເມືອງ​ ຂື້ນທີ່ຫ້ອງການກຸ່ມບ້ານນໍ້າງອນເໜືອ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທະນູໄຊ ບັນຊາລິດ ຮອງ​ເລຂາພັກແຂວງ​ ປະທານຄະນະກຳມະ​ການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະປະຊາ​ຊົນບັນເຂົ້າຮ່ວມ.

 

ໃນພິທີ ທ່ານ ບົວຄໍາ ຮຽງລາເຢ ຮອງເລຂາພັກເມືອງ ປະທານຄະນະກຳ​ມະການປົກຄອງເມືອງຊານໄຊ ໄດ້ລາຍງານວ່າ: ຕາແສງກອງນາ​ ແມ່ນໜຶ່ງໃນສີ່ຕາແສງຂອງເມືອງຊານໄຊ ຕັ້ງຢູ່ຈຸດໃຈກາງຂອງບ້ານນໍ້າງອນເໜືອ, ຫ່າງ​ຈາກເທດສະບານແຂວງອັດ​ຕະ​ປື ຕາມໄລຍະທາງຍາວ 81 ກມ, ຫ່າງຈາກເທດສະບານເມືອງ ຍາວ 51 ກມ ແລະທີ່ຕັ້ງຂອງບ້ານໄກສຸດຈາກເທດສະບານແຂວງ 111 ກມ, ຫ່າງຈາກເທດ​ສະບານ 81 ກມ, ມີເນື້ອທີ່ຄຸ້ມຄອງທັງໝົດປະມານ 71 ພັນກວ່າເຮັກຕາ, ພື້ນທີ່ສ່ວນໃຫຍ່ເປັນ້ຂດພູດອຍກວມເອົາ 100% ຂອງພື້ນທີ່ຄຸ້ມຄອງທັງໝົດ, ມີ​ລະ​ດັບຄວາມສູງສະລ່ຍ 200 ຫາ 1,600 ແມັດ ທຽບໃສ່ລະດັບໜ້ານໍ້າທະເລ, ອຸນ ນະພູມສະເລ່ຍປະ​ມານ 18-30 ອົງສາ ແລະ ມີທ່າແຮງດ້ານຊັບພະຍາກອນ​ທຳມະຊາດຫຼາຍຢ່າງ ຊຶ່ງເປັນເງື່ອນໄຂການພັດ​ທະນາເສດ​ຖະກິດ-ສັງຄົມເຊັ່ນ: ມີດິນອຸດົມສົມ​ບູນ, ອາກາດສຸມສື່ນດີ ເຊິ່ງເໝາະແກ່ການຜະລິດດ້ານກະສິກຳເປັນສິນຄ້າລາກຫຼາຍຊະ​ນິດ ແລະອື່ນໆ. ຕາແສງກອງນາ ມີຊາຍແດນຕິດກັບ: ທິດເໜືອຕິດ ກັບ 2 ບ້ານ (ບ້ານເຕີຣບ, ບ້ານ ດາກຢອຍ) ຂອງເມືອງດາກຈຶງ ແຂວງເຊກອງ, ທິດໃຕ້ຕິດກັບ ເຊກະໝານ, ທິດຕາເວັນອອກຕິດກັບຕາແສງວັງຕັດ ແລະ ທິດຕາເວັນຕົກຕິດກັບຕາແສງນໍ້າຊຸ, ເຊິ່ງມາ​ຮອດປະຈຸບັນ ຕາແສງກອງນາ ປະ​ກອບມີ 10 ບ້ານ ຄື: ບ້ານນໍ້າງອນເໜືອ, ບ້ານນໍ້າງອນໃຕ້, ບ້ານໃໝ່ໜອງເສງ, ບ້ານກອງນາໃໝ່, ບ້ານດາກລະ, ບ້ານດາກປະດຸໃໝ່, ບ້ານດາກເສງ, ບ້ານດາກດາວ, ບ້ານໃໝ່ຖາວອນ ແລະ ບ້ານສຸກສະຫວ່າງ,​ ປະກອບມີ 1,155 ຄອບຄົວ, ມີ 930 ຫຼັງຄາເຮືອນ, ມີພົນລະ​ເມືອງທັງໝົດ 4,906 ຄົນ, ຍິງ 2,477 ຄົນ, ມີ 1 ຊົນເຜົ່າໃຫຍ່ດຳລົງຊີວິດຢູ່ຮ່ວມກັນ (ເຜົ່າຕະຫຼຽງ ແລະ ເຜົ່າອື່ນໆຈຳນວນໜຶ່ງ), ມີແຮງ​ງານສົມບູນ 1,819 ຄົນ, ຍິງ 967 ຄົນ, ແຮງ​ງານສຳຮອງ 1,285 ຄົນ, ຍິງ 630 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດໄຮ່ປູກເຂົ້າ ແລະ ອາຊີບອື່ນໆອີກ.

ໂອກາດດັ່ງກ່າວ ທ່ານ ບຸນເນັມ ໄຊຍະເສັ້ມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ​ຕັ້ງປະທານ, ຮອງປະທານຄະນະກຳ ມະການປົກ​ຄອງຕາແສງກອງນາຄື: ແຕ່ງຕັ້ງ ທ່ານ ສົມຈະ​ເລີນ ແທນລັງສີ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງຕາແສງກອງນາ, ແຕ່ງ ຕັ້ງ ທ່ານ ວຽງສະໝອນ ແກ້ວພູວິນ ເປັນຮອງປະທານຄະນະກຳມະການປົກ​ຄອງຕາແສງກອງນາ ແລະ ແຕ່ງຕັ້ງ ທ່ານ ພັຕ ບຸນເຕັນ ນາມມະສີກຽດ ເປັນຮອງປະທານຄະ​ນະກຳມະການປົກຄອງຕາແສງກອງນາ ແລະ ຜ່ານຂໍ້ຕົກລົງຮັບຮອງດ້ານໂຄງປະກອບການຈັດຕັ້ງ, ຕາແສງກອງນາຄື: ມີພະນັກງານປະຈຳ​ການທັງໝົດ 13 ທ່ານ, ໃນນັ້ນ​ ມີພະນັກງານລັດຖະກອນ 8 ທ່ານ, ມາຈາກກຳລັງ ປກສ ເມືອງ 2 ທ່ານ ແລະ ມີຄະນະປະກອບດ້ວຍ: ປະທານຄະນະກຳມະການປົກຄອງຕາແສງ 1 ທ່ານ, ຮອງປະທານຄະນະກຳມະການປົກຄອງຕາແສງ 2 ທ່ານ ແລະ ມີຄະນະກຳມະການປົກ​ຄອງຄວບຕໍາແໜ່ງ ຫົວໜ້າໜ່ວຍງານ 5 ທ່ານ, ພະນັກງານຊ່ວຍວຽກ 5 ທ່ານ.

ໃນພິທີຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອປະກາດສ້າງຕັ້ງຕາແສງກອງນາ ເມືອງຊານໄຊ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການພັດ​ທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ເຂັ້ມແຂງຍິ່ງໆຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa