ແຂວງອັດຕະປື ສ້າງຂະບວນການອອກແຮງ ງານລວມ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງ​ຊາດ ວັນທີ 1 ມິຖຸນາ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ຈະມາເຖິງນີ້, ໃນຕອນເຊົ້າວັນທີ 22 ພຶດສະພາ 2026 ແຂວງອັດຕະປື ໄດ້ຈັດຕັ້ງຂະບວນການອອກແຮງງານລວມ ເພື່ອສ້າງຈິດສຳນຶກໃຫ້ແກ່ສັງຄົມ ໃນການຮ່ວມ​ກັນອະນຸລັກປ່າໄມ້ ແລະ ຮັກສາສິ່ງ​ແວດລ້ອມ​ ໃຫ້ມີຄວາມສະອາດສວຍສົດງົດງາມ ແລະ ຍືນຍົງ.

ຂະບວນການໃນຄັ້ງນີ້ ໄດ້ຮັບຄວາມຮ່ວມມືຈາກບັນດາພະແນກການ, ອົງການຈັດຕັ້ງ, ກຳ​ລັງປ້ອງກັນຄວາມສະຫງົບ, ຊາວໜຸ່ມ, ນັກ​ຮຽນ​-ນັກສຶກສາ ພ້ອມທັງປະຊາຊົນບັນ​ດາເຜົ່າ ເຂົ້າຮ່ວມຢ່າງຫຼວງຫຼາຍ. ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມໃຈກັນອະນາໄມຖະໜົນຫົນທາງ, ເກັບກວາດຂີ້ເຫຍື້ອ, ກຳຈັດຫຍ້າຮົກ, ປັບປຸງສວນສາທາລະນະ ແລະ ສະ​ຖານທີ່ສຳຄັນຕ່າງໆ ໃຫ້ມີຄວາມສະອາດ ເປັນລະບຽບ ແລະ ສວຍ​ງາມ ສົມກັບເປັນເມືອງທີ່ໜ້າຢູ່ ແລະ ເປັນມິດຕໍ່ສິ່ງ​ແວດລ້ອມ.

ທ່ານ ສຸກວິໄລ ພອນສະລະແສນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ໃຫ້ສຳພາດວ່າ: ການຈັດກິດຈະກຳເນື່ອງໃນວັນສຳຄັນດັ່ງກ່າວ ເປັນການ​ປຸກຈິດສຳນຶກໃຫ້ທຸກພາກ​ສ່ວນ​ ຕະຫຼອດຮອດປະຊາ​ຊົນທຸກເຜົ່າ ໄດ້ເຫັນຄວາມສຳຄັນຂອງການອະ​ນຸລັກປ່າໄມ້ ແລະ ການປົກປັກຮັກສາສິ່ງແວດ​ລ້ອມ,​ ເຊິ່ງເປັນຊັບ​ພະຍາກອນອັນລ້ຳຄ່າຂອງຊາດ ແລະເປັນປັດໄຈສຳຄັນຕໍ່ການດຳລົງຊີວິດ, ການຜະລິດ ແລະການພັດ ທະນາຢ່າງຍືນຍົງ.​ ພ້ອມນີ້ ພະແນກກະສິກຳ ແລະ ສິ່ງ​ແວດລ້ອມແຂວງອັດຕະປື ຂໍເຊີນຊວນບັນດາອົງການຈັດຕັ້ງ, ພາກລັດ-ເອກະຊົນ, ນັກ​ຮຽນ​-ນັກສຶກສາ ແລະ ປະຊາຊົນທຸກຊັ້ນຄົນ ພາຍໃນແຂວງອັດຕະປື ໃຫ້ພ້ອມໃຈກັນປູກຕົ້ນໄມ້, ຟື້ນຟູປ່າໄມ້ ແລະ ຮ່ວມກັນດູແລຮັກສາສິ່ງແວດ​ລ້ອມ ໃຫ້ມີຄວາມຂຽວງາມ, ສະອາດ ແລະຍືນຍົງ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ສັງ​ຄົມ ແລະ ຄົນຮຸ່ນຫຼັງຕໍ່ໄປ.

ຂ່າວ: ວິເດັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa