ທີມງານຈິດອາສາແຂວງອັດຕະປື ສ້າງຂະບວນການ “ໂຄງການມືລະຖົງ” ປູກຈິດສຳນຶກຮັກສາສິ່ງແວດລ້ອມ

ໃນວັນທີ 20 ພຶດສະພາ 2026 ນີ້, ທີມງານຈິດອາສາຢູ່ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດ ຈະກຳເກັບຂີ້ເຫຍື່ອ ຢູ່ບໍລິເວນໜ້າຕະຫຼາດຫຼັກສາມ, ເມືອງສາມັກຄີໄຊ ພາຍໃຕ້ “ໂຄງການມືລະຖົງ” ຫຼື ONE BAG A DAY ມາເປັນແບບຢ່າງໃນການຈັດຕັ້ງປະຕິບັດ ເພື່ອປົກປັກຮັກສາສະພາບແວດລ້ອມພາຍໃນແຂວງ ໃຫ້ມີຄວາມສະອາດຈົບງາມ.

​ສຳລັບການເຄື່ອນໄຫວຂອງທີມງານຈິດອາສາດັ່ງກ່າວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ເມສາ 2026 ໂດຍການລິເລີ່ມຂອງ ທ້າວ ທອງຄານ ດວງປັນຍາ ເຊິ່ງມາຮອດປັດຈຸບັນ ມີສະມາ ຊິກອາສາສະໝັກເຂົ້າຮ່ວມແລ້ວຈຳນວນ 25 ນ້ອງ ແລະ ​ກິດຈະກຳໃນເທື່ອນີ້ ຍັງໄດ້ຮັບການຊຸກ ຍູ້ຈາກຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ພ້ອມທັງໄດ້ນຳເອົານ້ຳດື່ມ ແລະ ຖົງຢາງດຳ ສຳລັບໃສ່ຂີ້ເຫຍື່ອ ມາມອບໃຫ້ທີມງານຈິດອາສາ.

ທ່ານ ສຸກວິໄລ ພອນສາຣະແສນ ຍັງໄດ້ພົບປະໂອ້ລົມ ເພື່ອເປັນການໃຫ້ກຳລັງໃຈແກ່ນ້ອງໆຈິດອາສາ ໂດຍຢືນຢັນວ່າ ທາງພາກລັດ ກໍ່ຄືພະແນກກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທີ່ຈະເປັນໃຈກາງໃນການປະສານງານ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ເຊັ່ນ: ການຈັດການຂີ້ເຫຍື່ອທີ່ເກັບລວບລວມໄດ້, ພ້ອມທັງຈະຊ່ວຍປຸກລະດົມທຸກພາກສ່ວນທັງພາກລັດ ແລະ ເອ ກະຊົນ ກໍ່ຄືທົ່ວສັງຄົມ ໃຫ້ເຂົ້າມາມີສ່ວນຮ່ວມຊ່ວຍເຫຼືອທີມງານຕາມຄວາມສາມາດ. ນອກຈາກນີ້ແລ້ວ ຍັງຈະນຳເອົາຜົນງານຂອງໂຄງການມືລະຖົງນີ້ ໄປເປັນແບບຢ່າງທີ່ດີໃຫ້ແກ່ຄົນຮຸ່ນໃໝ່ ໃຫ້ຫັນມາໃສ່ໃຈຮັກສາສິ່ງແວດລ້ອມ ໃຫ້ຫຼາຍຂຶ້ນ ເພື່ອຄວາມສະອາດຈົບງາມຂອງບ້ານເມືອງ.

ຂ່າວ: ຫັດສະດີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa