ແຂວງອັດຕະປື ສະເຫຼີມຫຼອງວັນເດັກ​ນ້ອຍສາກົນ ຕິດພັນກັບກິດ​ຈະກຳປູກຕົ້ນໄມ້.

 

ວັນທີ 29 ພຶດສະພາ 2026 ທີ່ຫໍປະ​ຊຸມໃຫຍ່ແຂວງອັດຕະປື, ໄດ້ຈັດພິທີສະເຫຼີມຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ ແລະ ວັນສົນທິ​ສັນຍາວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກ 20 ພະຈິກ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດ​ລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງຄຶກຄື້ນ ທ່າມກາງບັນຍາກາດແຫ່ງຄວາມຮັກແພງ ແລະ ຄວາມເອົາໃຈໃສ່ຕໍ່ເດັກນ້ອຍ.

ກ່ອນເຂົ້າສູ່ພິທີ, ຄະນະນຳແຂວງ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ຢູ່ໂຮງຮຽນປະຖົມເຊກອງ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ​ ກຳມະ​ການ​ສູນກາງພັກ, ເລຂາພັກແຂວງອັດຕະປື ເຂົ້າຮ່ວມມີການນຳພັກ- ລັດ ຂັ້ນແຂວງ ແລະເມືອງ, ພ້ອມດ້ວຍຄອບຄົວການນຳ ແລະ ຫຼານນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອຮ່ວມກັນສ້າງສີຂຽວໃຫ້ແກ່ສັງຄົມ ແລະ ປູກຝັງຈິດສຳ​ນຶກໃນການອະ​ນຸລັກທຳມະຊາດ ແລະ ສິ່ງ​ແວດ​ລ້ອມໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນ.

ຈາກນັ້ນ, ຄະນະນຳ ແລະ ແຂກຖືກເຊີນ ເຂົ້າ​ຮ່ວມພິທີທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍມີ ທ່ານ ສີໄລ ສີສະ​ແຫວງສຸກ ຄະນະປະຈຳພັກແຂວງ, ຮອງປະທານປົກຄອງແຂວງ ເປັນປະ​ທານໃນພິທີ. ພາຍໃນງານ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສິລະປະ 3 ລາຍການ ຈາກນ້ອງນ້ອຍເຍົາວະຊົນ ທີ່ສ້າງສີສັນ ແລະ ບັນຍາກາດອັນເຕັມໄປດ້ວຍຄວາມສົດໃສ ແລະ ມ່ວນຊື່ນ.

ໃນພິທີ​ ທ່ານ ນາງ ຈັນເພັດ ຈັນທະມາດ ກຳມະການພັກແຂວງ, ປະ​ທານສະຫະພັນແມ່ຍິງແຂວງ ໄດ້ຜ່ານປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ໂດຍເນັ້ນໃຫ້ເຫັນຄວາມສຳຄັນຂອງເດັກ ໃນຟາ​ນະເປັນອະນາຄົດຂອງຊາດ, ເປັນໜໍ່ແໜງສຳຄັນທີ່ຈະສືບທອດ ແລະ ພັດທະນາປະເທດຊາດໃນອະນາ ຄົດ. ພ້ອມນັ້ນ ຍັງໄດ້ເນັ້ນໜັກເຖິງການສົ່ງເສີມ, ພັດທະນາ ແລະ ປົກ​ປ້ອງສິດທິເດັກ ໃຫ້ເດັກທຸກຄົນ ໄດ້ຮັບການດູແລ, ສຶກສາ ແລະ ເຕີບໃຫຍ່ໃນສະ​ພາບແວດລ້ອມທີ່ປອດໄພ ແລະ ມີຄວາມຜາສຸກ.

ໂອກາດ​ດັ່ງກ່າວ​ ທ່ານ ສີໄລ ສີສະ​ແຫວງສຸກ ໄດ້ຜ່ານເອກະສານອວຍ​ພອນເນື່ອງໃນວັນເດັກນ້ອຍສາກົນ ໂດຍລະບຸວ່າ ວັນເດັກນ້ອຍສາກົນເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານຂອງເດັກນ້ອຍ ພ້ອມທັງເປັນໂອກາດໃຫ້ສັງຄົມ ໄດ້ຮ່ວມກັນຢືນຢັນຄວາມສຳຄັນ ຂອງການສົ່ງ​ເສີມ ແລະ ປົກປ້ອງສິດທິເດັກ. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນວ່າ ການຈັດກິດຈະກຳຄວບຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແມ່ນເພື່ອປູກຝັງໃຫ້ເດັກນ້ອຍ ມີຄວາມຮັກ ແລະ ຮູ້ຈັກຮັບຜິດ​ຊອບຕໍ່ການອະ​ນຸລັກທຳມະຊາດ ແລະ ສິ່ງແວດ​ລ້ອມຕັ້ງແຕ່ຍັງນ້ອຍ.​ ພາຍໃນພິທີ ຍັງມີກິດຈະ ກຳຖາມ-ຕອບວິທະຍາສາດ, ການສະແດງລະ​ຄອນສັ້ນ ແລະ ການ​ມອບຂອງຂວັນໃຫ້ແກ່ເດັກ​ນ້ອຍ. ພ້ອມນັ້ນ ຄະນະປະຈຳ ໄດ້ຮ່ວມຢອດຢາ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ເຂົ້າຮ່ວມງານ.​

ຂ່າວ: ສ.ໄຊຄຳສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa