ບໍລິສັດ​ ເອບີ ກໍ່ສ້າງເຄຫະ-ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວໄດ້ມອບເບ້ຍໜາກຈອງບານ 4​ ພັນເບ້ຍ ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື

 

ບໍລິສັດ ເອບີ ກໍ່ສ້າງເຄຫະ-ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ໄດ້ມອບເບ້ຍໝາກຈອງບານ ຈໍານວນ 4 ພັນເບ້ຍ, ມູນຄ່າ 180,000,000 ກີບ, ມອບ ໃຫ້ແກ່ພະແນກກະສິກໍາ ແລະ ສິ່ງແວດ​ລ້ອມ​ ແຂວງອັດຕະປຶ,​ ເພື່ອສຸມໃສ່ການກະກຽມຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງ​ຊາດ ວັນທີ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງ​ແວດລ້ອມແຫ່ງ​ຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້, ທັງເປັນການປະກອບສ່ວນສົ່ງ​ເສີມການຟື້ນຟູປ່າໄມ້ ພາຍ​ໃນແຂວງອັດຕະປື​ ນໍາອີກ.

ພິທີ ມອບ-ຮັບ ໄດ້ຈັດຂື້ນ ໃນວັນທີ 27 ພຶດສະ​ພາ 2026 ທີ່ສູນສົ່ງເສີມກະສີໜອງລົມ, ໃຫ້ກຽດມອບຮັບໂດຍ ທ່ານ ບຸນປະເສີດ ສິລິວັດ ປະ​ທານບໍລິສັດ ເອບີ ກໍ່ສ້າງເຄຫະ- ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ແລະ ຮັບໂດຍທ່ານ ສາຍທະລາ ໂສທີດາ​ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ໂດຍມີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ສາຍທະລາ ໂສທິດາ ຮອງຫົວ​ໜ້າພະແນກກະສິກໍາ ແລະ ສິ່ງ​ແວດ​ລ້ອມ ແຂວງອັດຕະປື ໄດ້ກ່າວມີຄໍາເຫັນ ໂດຍໄດ້ສະແດງຄວາມຂອບ​ໃຈ ມາຍັງບໍລິສັດ ເອບີ ກໍ່ສ້າງເຄ​ຫະ-ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ທີ່ໄດ້ສະ​ໜັບສະໜູນ ເບ້ຍໝາກຈອງບານ ໃນເທື່ອນີ້, ເຊິ່ງການຊ່ວຍເຫຼືອຂອງບໍລິສັດ ຄັ້ງນີ້ ເປັນອີກບາດກ້າວສໍາຄັນໜຶ່ງ ຂອງການຟື້ນຟູ ແລະ ພັດທະ​ນາປ່າໄມ້ພາຍໃນ​ແຂວງອັດຕະປື ໃຫ້ມີຄວາມອຸດົມສົມບູນຂື້ນ ແລະ ຈໍານວນເບ້ຍໄມ້ທີ່ໄດ້ຮັບການຊ່ວຍ​ເຫຼືອເທື່ອນີ້ ທາງພະແນກກະສິກໍາ ແລະ​ ສິ່ງແວດ​ລ້ອມ ຈະໄດ້ມອບສົ່ງຕໍ່ໃຫ້ພາກ​ສ່ວນເມືອງ ເພື່ອນໍາໄປປູກໃຫ້ຫຼາຍຂື້ນກ່ວາທຸກປີ.

ຂ່າວ: ວັດທະນາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa