
ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຕາແສງ ຢູ່ເມືອງສະໝາມໄຊ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກ-ພະນັກງານ, ມີສະຫາຍ ພັທ ຄຳໂພໄຊ ໄຊຍະເສນາ ກໍາມະການພັກແຂວງ ເລຂາພັກເມືອງສະໜາມໄຊ, ມີຄະນະຮັບຜິດຊອບຝຶກອົບຮົມຂັ້ນແຂວງ, ຄະນະພັກ, ຄະນະນໍາຂອງເມືອງ, ຄະນະກຳມະການປົກຄອງຕາແສງ ແລະ ພະນັກງານ ຈາກ 4 ຕາແສງ ຄື: ຕາແສງແທ, ຕາແສງສົ້ມປ່ອຍ, ຕາແສງນະຄອນໄຊ ແລະ ຕາແສງຫ້ວຍເດື່ອ ເຂົ້າຮ່ວມ.

ໃນໂອກາດກ່າວໄຂຊຸດອົບຮົມ ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດນຳພາຂອງພະນັກງານຂັ້ນຕາແສງ ໃຫ້ສາມາດ ນຳພາ – ຊີ້ນໍາ ແລະ ບັນຊາການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິພາບ. ພ້ອມທັງສາມາດນຳເອົາຄວາມຮູ້ໄປຜັນຂະຫຍາຍ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນ, ສ້າງຄວາມຕື່ນຕົວເປັນເຈົ້າການໃນການປະຕິບັດແນວທາງ ແລະ ນະໂຍບາຍຂອງ ພັກ-ລັດ, ນຳພາປະຊາຊົນ ແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ແລະ ພັດທະນາຊຸມຊົນ ໃຫ້ຈະເລີນກ້າວໜ້າຂື້ນເທື່ອລະກ້າວ.


ຊຸດອົບຮົມເທື່ອນີ້ ຈະດໍາເນີນເປັນເວລາ 3 ວັນ(19-21 ຕຸລາ 2026), ໂດຍພະນັກງານທັງ 4 ຕາແສງຂອງເມືອງສະໜາມໄຊ ທີ່ເຂົ້າຮ່ວມອົບຮົມ ຈໍານວນ 52 ທ່ານ, ຍິງ 10 ທ່ານ ຈະໄດ້ສຸມໃສ່ການສຶກສາເອກະສານສຳຄັນ ປະກອບມີ: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບຕາແສງ, ວຽກງານສຶກສາອົບຮົມການເມືອງ- ແນວຄິດໃນໄລຍະໃໝ່, ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບ ຢ່າງນຳໜ້າຂອງພັກ, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານແກ້ໄຂຄວາມທຸກ ຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ. ນອກນັ້ນຍັງຈະໄດ້ເຊື່ອມຊຶມກົດໝາຍ ແລະ ຄຳແນະນຳການຈັດຕັ້ງປະ ຕິບັດກົດໝາຍ ວ່າດ້ວຍເອກະສານທາງລັດຖະການ, ເຊື່ອມຊຶມຄຳແນະນຳ ເລກທີ 01/ຫສພ ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນ ປະຕິວັດລາວ, ເຊື່ອມຊຶມເອກະສານ ກ່ຽວກັບວຽກງານການເງິນຂອງຕາແສງ.

ຂ່າວ: ວົງສະໄໝ