ສຳເລັດຝຶກອົບຮົມການເມືອງ-ການປົກຄອງ ໃຫ້ພະນັກງານ 3 ຕາແສງ ຢູ່ເມືອງໄຊເສດຖາ

ຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຕາແສງ ຢູ່ເມືອງໄຊເສດຖາ, ແຂວງອັດຕະປື ໄດ້ອັດລົງດ້ວຍຜົນສໍາເລັດພາຍຫຼັງດໍາເນີນມາເປັນເວລາ 3 ວັນ ພາຍຫຼັງດຳເນີນມາເປັນເວລາ 3 ວັນ ແຕ່ວັນທີ 12-14 ຕຸລາ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍມີສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ ແລະ ວຽກງານພັກ-ພະນັກງານ, ມີຄະນະນຳຂັ້ນແຂວງ, ຄະນະຮັບຜິດຊອບຝຶກອົບຮົມຂັ້ນແຂວງ, ຄະນະພັກ, ຄະ ນະນຳເມືອງ, ຄະນະກຳມະການປົກຄອງ ແລະ ພະນັກງານວິຊາການຈາກ 3 ຕາແສງ ຄື: ໂພໄຊ, ໂພນສະອາດ ແລະ ພະເມືອງ ເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 13 ສະຫາຍ.

ໃນພິທີ, ສະຫາຍ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ກ່າວສະຫຼຸບ ແລະ ຕີລາ ຄາຜົນການຝຶກອົບຮົມວ່າ: ຕະຫຼອດໄລຍະ 3 ວັນ ບັນດາສຳມະນາກອນໄດ້ຮັບຟັງການບັນ ລະຍາຍ ແລະ ສຶກສາຄົ້ນຄວ້າເອກະສານສຳຄັນຈຳນວນ 9 ຫົວຂໍ້, ພ້ອມທັງປະກອບຄຳຄິດເຫັນ ແລະ ແລກ ປ່ຽນບົດຮຽນເຊິ່ງກັນແລະກັນ. ເນື້ອໃນການຮຽນຮູ້ດັ່ງກ່າວ ມີຄວາມສຳຄັນຕໍ່ການຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈດ້ານການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອນຳໄປເປັນພື້ນຖານໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃຫ້ມີປະສິດທິຜົນ.

ໂອກາດດັ່ງກ່າວ ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ມອບ-ຮັບໃບຢັ້ງຢືນໃຫ້ແກ່ສຳມະນາກອນຈາກທັງ 3 ຕາແສງ ທີ່ຜ່ານການຝຶກອົບຮົມ, ພ້ອມທັງ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຄະນະຮັບຜິດ ຊອບຝຶກອົບຮົມຂັ້ນແຂວງ ແລະ ຂັ້ນເມືອງ, ບັນດານັກວິທະຍາກອນ ຕະຫຼອດຮອດສຳມະນາກອນທຸກສະຫາຍ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການເຂົ້າຮ່ວມຝຶກອົບຮົມ ຈົນສາມາດຮັບຮູ້ ແລະ ເຂົ້າໃຈເນື້ອໃນສຳຄັນກ່ຽວກັບພື້ນຖານການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ. ພ້ອມກັນນີ້ ຍັງໄດ້ເນັ້ນໃຫ້ບັນດາສຳມະນາກອນນຳເອົາເນື້ອໃນນິຕິກຳຂອງສູນກາງພັກ, ລັດຖະບານ ແລະ ຂອງແຂວງ ໄປສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຢູ່ຮາກຖານພັກ ແລະ ຕາແສງຂອງຕົນ ເພື່ອຍົກສູງປະສິດທິພາບ ແລະ ປະສິດຜົນໃນການປະຕິບັດວຽກງານ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa