
ຈັດງານບຸນອອກພັນສາ-ຊ່ວງເຮືອປະເພນີ ຢູ່ເມືອງສາມັກຄີໄຊ, ແຂວງອັດຕະປື ປີນີ້ ຄະນະຮັບຜິດ ຊອບການຈັດງານໄດ້ກໍານົດເອົາ 5 ກິດຈະກໍາສໍາຄັນ ປະກອບມີ:

1) ງານຕະຫຼາດນັດ ແລະ ງານຄົບງັນ ຈັດຂຶ້ນແຕ່ວັນທີ 12-26 ຕຸລາ 2026.
2) ການສະແດງສິນລະປະວັນນະຄະດີ ມີ 14 ຄະນະ ຈັດສະແດງ 7 ຄືນ ແຕ່ວັນທີ 20-26 ຕຸລາ 2026 ເລີ່ມເວລາ 19:00 ໂມງເປັນຕົ້ນໄປ.
3) ພິທີຕັກບາດ ວັນທີ 26 ຕຸລາ 2026 ເວລາ 07:00 ໂມງ ທີ່ວັດຫຼວງໄຊຍະຣາມ ບ້ານວັດຫຼວງ.
4) ພິທີວຽນທຽນ ແລະ ປະກວດເຮືອໄຟ: ວັນທີ 26 ຕຸລາ 2026 ເລີ່ມວຽນທຽນເວລາ 18:00 ໂມງ ທີ່ຫໍຫຼັກເມືອງ ແລະ ປະກວດເຮືອໄຟເວລາ 19:00 ໂມງ ທີ່ທ່າຜາມໄຊ ໂດຍມີເຮືອໄຟຈາກ 7 ວັດເຂົ້າຮ່ວມ.
5) ການແຂ່ງຂັນຊ່ວງເຮືອປະເພນີ ວັນທີ 27 ຕຸລາ 2026 ເລີ່ມເວລາ 7:00 ໂມງເປັນຕົ້ນໄປ ທີ່ທ່າຊ່ວງເຮືອຜາມໄຊ ບ້ານເຊກອງ, ຕາແສງເຊກອງ, ເມືອງສາມັກຄີໄຊ.

ສຳລັບການແຂ່ງຂັນຊ່ວງເຮືອ ຄາດວ່າຈະມີເຮືອເຂົ້າຮ່ວມປະມານ 36 ຄະນະ ໃນຫຼາຍປະເພດທັງເຮືອປະເພນີ ແລະ ເຮືອສູດ ສຳລັບຊາຍ ແລະ ຍິງ. ພິເສດ ຈະມີການຊີງຂັນຂອງອົງການປົກຄອງເມືອງສາມັກຄີໄຊ ເພື່ອເພີ່ມຄວາມຟົດຟື້ນ, ສົ່ງເສີມນ້ຳໃຈນັກກິລາ ແລະ ເສີມສ້າງຄວາມສາມັກຄີຂອງປະຊາຊົນ.

ທ່ານ ຄູນສະຫວັນ ເວັນມະສອນ ປະທານຄະນະກຳມະການປົກຄອງເມືອງສາມັກຄີໄຊ ແຂວງອັດ ຕະປື ແລະ ປະທານຈັດງານບຸນປະວໍລະນາອອກພັນສາ-ຊ່ວງເຮືອປະເພນີ ປະຈຳປີ 2026 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 16 ຕຸລາ 2026 ນີ້ວ່າ: ງານບຸນອອກພັນສາ-ຊ່ວງເຮືອປະເພນີ ເປັນງານບຸນສຳຄັນປະຈຳປີຂອງຊາວເມືອງສາມັກຄີໄຊ ທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອ ກະລັກສະເພາະຂອງທ້ອງຖິ່ນ. ງານບຸນນີ້ບໍ່ພຽງແຕ່ຊ່ວຍສືບສານ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃນການສົ່ງເສີມການທ່ອງທ່ຽວ, ກະຕຸ້ນເສດ ຖະກິດທ້ອງຖິ່ນ ແລະ ສ້າງຄວາມສາມັກຄີໃນສັງຄົມ.

ສຳລັບການກະກຽມງານໃນປີນີ້ ຄະນະຈັດງານໄດ້ແບ່ງມອບໜ້າທີ່ໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ ໂດຍເລີ່ມກະກຽມມາແຕ່ເດືອນສິງຫາ ມາຮອດປັດຈຸບັນ ວຽກງານສ່ວນໃຫຍ່ສຳເລັດລຸລ່ວງແລ້ວ. ພ້ອມນີ້ ຍັງໄດ້ກະກຽມຈັດສັນຮ້ານຈຳ ໜ່າຍສິນຄ້າ ແລະ ອາຫານໃຫ້ເປັນລະບຽບ, ຈັດຈຸດຈອດລົດໃຫ້ສະດວກ, ກວດກາສຸຂະອະນາໄມອາຫານ, ກະກຽມຈຸດປະຖົມພະຍາບານ ແລະ ເຝົ້າລະວັງຈຸດສ່ຽງຕາມແຄມຝັ່ງແມ່ນ້ຳ ເພື່ອຮັບປະ ກັນຄວາມປອດໄພໃຫ້ແກ່ຜູ້ມາຮ່ວມງານ. ນອກຈາກນີ້ ຄະນະຈັດງານຍັງໄດ້ປະສານງານກັບພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະອາດ ແລະ ສິ່ງແວດລ້ອມ. ພ້ອມຮຽກຮ້ອງໃຫ້ຜູ້ປະກອບການຈຳໜ່າຍສິນຄ້າໃນລາຄາເໝາະສົມ, ຮັກສາສຸຂະ ອະນາໄມຮ້ານຄ້າ ແລະ ຮ່ວມກັນຈັດເກັບຂີ້ເຫຍື້ອ ເພື່ອສ້າງພາບປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.

ທ່ານ ຄູນສະຫວັນ ເວັນມະສອນ ຍັງໄດ້ເຊີນຊວນບັນດາທ່ານການນຳ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ພໍ່ຄ້າແມ່ຄ້າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມຊົມ ຮ່ວມເຊຍ ແລະ ສຳຜັດກັບບັນຍາກາດງານບຸນອອກພັນສາ-ຊ່ວງເຮືອປະເພນີ ປະຈຳປີ 2026 ທີ່ເມືອງສາມັກຄີໄຊ ແຂວງອັດຕະປື. ພ້ອມກັນນີ້ ຂໍຮຽກຮ້ອງໃຫ້ຜູ້ມາຮ່ວມງານທຸກພາກສ່ວນ ມີສະຕິ ແລະ ຮັບຜິດ ຊອບຕໍ່ສ່ວນລວມ, ຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມສະອາດຕາມສະຖານທີ່ຕ່າງໆ ເພື່ອໃຫ້ງານບຸນປີນີ້ດຳເນີນໄປດ້ວຍຄວາມຟົດຟື້ນ, ມ່ວນຊື່ນ, ປອດໄພ ແລະ ປະທັບໃຈ.
ຂ່າວ: ວົງສະໄໝ