
ວັນທີ 10 ມິຖຸນາ 2026 ນີ້, ແຂວງອັດຕະປື ໄດ້ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງພັກ- ຂອງຊາດ ແລະ ສາກົນ ຄື: ວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດຊິດ ເຢຍລະມັນ ໃນສົງຄາມໂລກ ຄັ້ງທີ ll (9 ພືດສະພາ 1945-9 ພືດສະພາ 2026) ຄົບຮອບ 81 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຊຽງຂວາງ (18 ພຶດສະພາ 1959-18 ພຶດສະພາ 2026) ຄົບຮອບ 67 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 2026) ຄົບຮອບ 66 ປີ, ຂື້ນທີ່ຫໍປະຊຸມໃຫ່ຍຂອງແຂວງ, ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະນໍາຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ໄດ້ຍົກໃຫ້ເຫັນເຖິງ ການປະລາ ໄຊ ຄັ້ງໃຫຍ່ເທື່ອທໍາອິດຂອງຟາດສິດໃນສົງຄາມໂລກຄັ້ງທີ II ແມ່ນຢູ່ຊານເມືອງມົດສະກູ ໃນ ທ້າຍ ປີ 1941 – ຕົ້ນປີ 1942. ພວກຟາດສິດໄດ້ວາງແຜນປິດລ້ອມນະຄອນຫຼວງ ມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດອອກໄປໄດ້ ຈາກນັ້ນຈະໃຊ້ຍົນຖິ້ມລະເບີດ ແລະ ປືນໃຫຍ່ຍິງທະຫຼົ່ມ ເພື່ອທໍາລາຍເຮືອນທຸກຫຼັງແລ້ວປ່ອຍນໍ້າເຂົ້າໃຫ້ຖ້ວມອຸມຸງລົດໄຟໃຕ້ດິນ ແຕ່ພວກເຂົາກໍ່ບໍ່ສາມາດເຮັດສໍາເລັດໄດ້, ກອງທັບແດງໂຊວຽດໄດ້ຕ່າວ ໂຈມຕີຢ່າງກ້າຫານ ແລະ ເດັດດ່ຽວ, ຂັບໄລ່ພວກຟາດສິດອອກຈາກນະຄອນຫຼວງມົດສະກູ, ວິລະກຳອັນລ້ຳເລີດທີ່ບັນພະບູລຸດຂອງ ສ.ໂຊວຽດ ສ້າງຂຶ້ນໃນບັ້ນຮົບປ້ອງກັນມົດສະກູ ຊຶ່ງພວກເຮົາບໍ່ສາມາດລືມໄດ້ນັ້ນ ແມ່ນ 28 ສະຫາຍ ທີ່ໄດ້ເອົາຊີວິດຂອງຕົນແລກ-ທໍາລາຍລົດຕັງ 40 ຄັນ ເພື່ອສະກັດກັ້ນບໍ່ໃຫ້ ຟາດສິດເຂົ້າເມືອງມົດສະ ກູໄດ້, ພາຍຫຼັງທີ່ປ້ອງກັນນະຄອນຫຼວງມົດສະກູໄດ້ແລ້ວ ກອງທັບແດງໂຊວຽດ ໄດ້ເປີດສາກບຸກໂຈມຕີພວກສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດສິດຮີດແລ ຖືກດັບສູນ, 13 ປະເທດຢູ່ເອີລົບ ທີ່ມີພົນລະເມືອງ 113 ລ້ານຄົນ ໄດ້ຮັບການປົດປ່ອຍ, ໄຊຊະນະອັນໃຫຍ່ຫຼວງຂອງ ສ.ໂຊວຽດ ໄດ້ສ້າງກາລະໂອກາດພາວະວິໄສ ໃຫ້ແກ່ບັນດາປະເທດຢູ່ເອີລົບ ແລະ ອາຊີຈໍານວນໜຶ່ງໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ, ໄຊຊະນະຟາດສິດທີ່ ສ.ໂຊວຽດ ແລະ ພັນທະມິດຍາດມາໄດ້ມັນເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍ່ຄືປະເທດພັນທະມິດ ແລະປະຊາຊາດທົ່ວໂລກໄດ້ສາມັກຄີກັນ,ອູ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພ້ອມກັນເສຍສະຫຼະທັງຊີວິດເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານການຮຸກຮານຂອງຟາດສິດຢ່າງດຸເດືອດພິລະອາດຫານ ແລະ ເດັດຂາດບໍ່ຍອມຈຳນົນ.

ທ່ານຍັງໄດ້ຍົກໃຫ້ເຫັນ ເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ຄະນະພັກ-ຄະນະບັນຊາ,ພະນັກງານ-ສະມາຊິກພັກ ຕະຫຼອດຮອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາ ທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະ ແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດນັ້ນພັງທະລາຍລົງ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ. ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມື. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິດທິພົນຂອງກໍາລັງຝ່າຍປະເທດລາວ (ແນວລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາກົນ.

ທ່ານຍັງໄດ້ສືບຕໍ່ ຍົກໃຫ້ເຫັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ການໂຕນຄຸກແບບລວມໝູ່ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ຍ້ອນການນໍາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ, ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ, ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອຳນາດປົກຄອງຫຸ່ນປະຕິການ, ເຂົາເຈົ້າມີຄວາມຈົງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ເປີດປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ເປີດປະຕູຄຸກແລ້ວປ້ອງກັນ ແລະພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງອອກໄປຢ່າງປອດໄພ.
ຂ່າວ: ວົງສະໄໝ.