
ວັນທີ 16 ມິຖຸນາ 2026 ນີ້, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7) ທົ່ວແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ສີໄລ ສີສະແຫວງສຸກ ຮອງປະ ທານຄະນະກຳມະການປົກຄອງແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ເລຂາຄະ ນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ທ່ານ ຂັນທະວອນ ທຳທຸມມາ ຮອງຫົວໜ້າພະແນກກວດກາຕິດຕາມ ແລະ ປະເມີນຜົນ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຮັບຜິດຊອບ, ອະນຸກຳມະການທີ່ກ່ຽວຂ້ອງ ແລະ ນັກສອບເສັງເຂົ້າ ຮ່ວມ.
ການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ນີ້ ມີການສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດ-ທຳມະຊາດ, ກຸ່ມວິຊາວິທະຍາສາດ-ສັງຄົມ, ຄະນິດສາດ ແລະ ພາສາອັງກິດ, ການສອບເສັງຈະເລີ່ມແຕ່ວັນທີ 17-19 ມິຖຸນາ 2026.

ໃນພິທີ ທ່ານ ພົງໃສ ກົມມະເມືອງ ຮອງຫົວໜ້າຂະແໜງສາມັນສຶກສາແຂວງ ໄດ້ລາຍງານວ່າ: ທົ່ວແຂວງອັດຕະປື ປະກອບມີ 5 ເມືອງ, ມີໂຮງຮຽນສາມັນສົມບູນທັງໝົດ 14 ແຫ່ງ, ຕົ້ນປີ ມີນັກຮຽນຊັ້ນ ມ.7 ຈຳນວນ 783 ຄົນ, ຍິງ 369 ຄົນ, ປັດຈຸບັນ ມີນັກຮຽນເຂົ້າຮ່ວມການສອບເສັງຈົບຊັ້ນ ມ.7 ທັງໝົດ 764 ຄົນ, ຍິງ 359 ຄົນ, ການສອບເສັງໄດ້ແບ່ງອອກເປັນ 12 ສູນ, ມີ 38 ຫ້ອງ, ໃນນັ້ນ: ເມືອງ ໄຊເສດຖາ ມີ 2 ສູນ ຄື: ມ.ສ ໂພນນງາມ ແລະ ມ.ສ ເສດຖາທິລາດ, ເມືອງສາມັກຄີໄຊ ມີ 5 ສູນ ຄື: ມ.ສ ຈັນທາ, ມ.ສ ຈະເລີນສຸກ, ມ.ສ ໜອງລົມ, ມ.ສ ໂພນໄຊ ແລະ ມ.ສ ສົງ, ເມືອງສະ ໜາມໄຊ ມີ 2 ສູນ ຄື: ມ.ສ ສະໜາມໄຊ ແລະ ມ.ສ ສົມສຸກ, ເມືອງຊານໄຊ ມີ 2 ສູນ ຄື: ມ.ສ ຄຳເບໄຊ ແລະ ມ.ສ ນ້ຳງອນ, ເມືອງພູວົງ ມີ 1 ສູນ ຄື: ມ.ສ ນາງແຮ່ວ.
ໃນພິທີໄດ້ມີການຜ່ານຂໍ້ຕົກລົງການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການປະຈຳສູນສອບເສັງ, ພ້ອມທັງຂໍ້ກຳນົດ-ກົດລະບຽບ, ສິດ ແລະ ໜ້າທີ່ຂອງອະນຸກຳມະການຄວບຄຸມຫ້ອງສອບ ເສັງ ແລະ ນັກສອບເສັງ ຈາກຄະນະຮັບຜິດຊອບຊີ້ນໍາສູນສອບເສັງຢ່າງລະອຽດ ແລະ ຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ໃນໂອກາດດັ່ງກ່າວ, ທ່ານ ສີໄລ ສີສະແຫວງສຸກ ແລະ ທ່ານ ຂັນທະວອນ ທຳທຸມມາ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ໂດຍໃຫ້ທິດຊີ້ນຳຕໍ່ຄະນະຊີ້ນຳສູນສອບເສັງ, ອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ພ້ອມດ້ວຍນັກສອບເສັງ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບ ໝາຍຢ່າງເຄັ່ງຄັດ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການ, ເພື່ອເຮັດໃຫ້ການສອບເສັງຈົບຊັ້ນ ມ.7 ຂອງແຂວງອັດຕະປື ຄັ້ງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ພົມວິຫານ ໄຊຊະນະ