ເຜີຍແຜ່ນິຕິກຳວຽກງານສື່ມວນຊົນ​ ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກ 2026, ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານສື່ມວນຊົນ ຂຶ້ນທີ່ຫ້ອງປະຊຸມສຳນັກງານເມືອງໄຊເສດຖາ ໂດຍໃຫ້ກຽດເຜີຍແຜ່ຂອງ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຄະ ນະນຳ ແລະ ສື່ມວນຊົນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນການເຜີຍແຜ່ຄັ້ງນີ້ທ່ານ ກົງຈັກ ສີສະຫວາດ ໄດ້ບັນຍາຍ 3 ເອກະສານສຳຄັນ ຄື: ເອກະສານການເພີ່ມທະວີບົດບາດການນຳຂອງພັກຕໍ່ສື່ມວນຊົນໃນໄລຍະໃໝ່,​ ຈັນຍາບັນສື່ມວນຊົນ, ລວມທັງບັນ ດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຮັບໃຊ້ການເຄື່ອນໄຫວວຽກງານສື່ມວນຊົນຢູ່ປະເທດເຮົາ.

ທ່ານໄດ້ເນັ້ນວ່າ ສື່ມວນຊົນເປັນເຄື່ອງມືສຳຄັນຂອງພັກ ແລະ ລັດ, ເປັນຂົວຕໍ່ລະຫວ່າງພັກ-ລັດກັບປະຊາຊົນບັນດາເຜົ່າ, ມີບົດບາດໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດ​ໝາຍ, ສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ພ້ອມທັງຕິດຕາມ ແລະ ສະທ້ອນຜົນການປະຕິບັດວຽກງານຂອງຂະແໜງການຕ່າງໆ.
ພ້ອມນີ້, ຍັງໄດ້ເນັ້ນເຖິງການຍຶດຖືຈັນຍາບັນວິຊາຊີບຂອງນັກຂ່າວ, ບັນນາທິການ, ຜູ້ຜະລິດລາຍ ການ ແລະ ຜູ້ສື່ສານຜ່ານສື່ອອນລາຍ ໃຫ້ມີຄວາມຮັບຜິດຊອບ, ກວດສອບແຫຼ່ງຂໍ້ມູນ ແລະ ນຳສະ ເໜີຂ່າວສານຢ່າງຖືກຕ້ອງ, ເປັນທຳ ແລະ ເປັນປະໂຫຍດຕໍ່ສັງຄົມ. ຂະນະທີ່ການກຳແໜ້ນ ແລະ ປະ ຕິບັດກົດໝາຍ, ນິຕິກຳດ້ານສື່ມວນຊົນ ກໍເປັນພື້ນຖານສຳຄັນໃນການຄຸ້ມ​ຄອງ ແລະ ດຳເນີນວຽກ ງານສື່ມວນຊົນໃຫ້ຖືກຕ້ອງຕາມລະບຽບການ.

ການເຜີຍແຜ່ຄັ້ງນີ້ ມີຈຸດປະສົງເພື່ອຊ່ວຍໃຫ້ພະນັກງານສື່ມວນຊົນ ແລະ ຜູ້ກ່ຽວຂ້ອງ ມີຄວາມຮູ້, ຄວາມເຂົ້າໃຈຕໍ່ນິຕິກຳທີ່ກ່ຽວຂ້ອງ, ນຳໄປໝູນໃຊ້ໃນການເຄື່ອນໄຫວວຽກງານຕາມຫຼັກວິຊາຊີບ, ປະ ກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານສື່ມວນຊົນໃຫ້ດີຂຶ້ນ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa