ການນໍາພັກ-ລັດ ແຂວງອັດຕະປື ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ເຕັມໄປດ້ວຍຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ໃນວັນທີ 11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ປະທານສະພາປະຊາຊົນແຂວງ ອັດຕະປື ໄດ້ນໍາພາຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ເຂົ້າວາງພວງມະລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

➡️​ຕາມແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ໃຫ້ຊາບວ່າ: ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 11:38 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ, ເພື່ອເປັນການສັນລະເສີນຄຸນງາມຄວາມດີ ແລະ ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 5 ວັນ, ໂດຍເລີ່ມແຕ່ວັນທີ 8 ເຖິງວັນທີ 12 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ. ສ່ວນພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2026, ທີ່ສະໜາມຫຼວງ.

➡️​ຊີວະປະຫວັດຫຍໍ້ຂອງສະຫາຍ ໄຊສົມພອນ ພົມວິຫານ: ເກີດໃນວັນທີ 12 ທັນວາ 1956; ທີ່: ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ຊົນເຜົ່າ: ລາວ, ສາສະໜາ: ພຸດ; ປັດຈຸບັນຢູ່: ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ; ຊັ້ນຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຸດທີ X. ລະດັບການສຶກສາສາມັນ: ມັດທະຍົມສຶກສາຕອນປາຍ, ລະດັບວິຊາສະເພາະ: ປະລິນຍາເອກ ສາຂາວິຊາ: ເສດຖະສາດການເມືອງ, ລະດັບທິດສະດີການເມືອງ: ຂັ້ນສູງ; ວັນ, ເດືອນ, ປີ ເຂົ້າສັງກັດລັດ: 1975; ວັນ, ເດືອນ, ປີ ເຂົ້າພັກສົມບູນ: 01 ກັນຍາ 1984.
‎ ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:

‎- 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ, ສະຫະພາບໂຊວຽດ (ສະຫະພັນລັດເຊຍ ໃນປັດຈຸບັນ);
‎- 1983-1984 ອາຈານສອນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນະຄອນຫຼວງວຽງຈັນ;
– 1984-1987 ຄົ້ນຄວ້າ ແລະ ປ້ອງກັນສຳເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງລັດ ມົດສະກູ, ສະຫະພາບໂຊວຽດ (ສະຫະພັນລັດເຊຍ ໃນປັດຈຸບັນ);
‎- 1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ;
‎- 1989-1991 ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ;
‎- 1991-1993 ກຳມະການສູນກາງພັກ ສະໄໝທີ V, ຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ;
‎- 1993-1995 ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ;
‎- 1995-1997 ກຳມະການສູນກາງພັກ ສະໄໝທີ VI, ລັດຖະມົນຕີວ່າການກະຊວງການເງິນ;
‎- 1998-2001 ສະມາຊິກສະພາແຫ່ງຊາດ ຊຸດທີ IV, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;
‎- 2001-2006 ກຳມະການສູນກາງພັກ ສະໄໝທີ VII, ປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປລາວ;
‎- 2006-2010 ກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VI ທັງເປັນປະທານກຳມາທິການການຕ່າງປະເທດ;
‎- 2011-2015 ກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VII;
‎- ເດືອນ 1-4/2016 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 6/2016-2020 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 1-3/2021 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ສະມາຊິກສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 3/2021-12/2025 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ IX;
‎- ເດືອນ 1/2026 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ IX;
‎- ເດືອນ 3/2026-ປັດຈຸບັນ ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ X.
ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa