
ໃນວັນທີ 6 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ມີພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຂຶ້ນຢ່າງເປັນທາງການ.

ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ກຳມະການຄະນະປະຈຳ,ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ທ່ານ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື. ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ວຽງແກ້ວ ວັນນະຈັກ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານ,ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 196/ຄອປ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຊິ່ງປະກອບມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ບຸນເຖິງ ດວງສະຫວັນ ເປັນ ປະທານ
2. ທ່ານ ພູວັນ ພົມມະຈັນ ເປັນ ຮອງປະທານ
3. ທ່ານ ພົ.ຈ.ວ ສຸລິໄຊ ພິຈິດ ເປັນ ຄະນະ
4. ທ່ານ ນາງ ອ່ອນໄສ ມຽງລາວັນ ເປັນ ຄະນະ
5. ທ່ານ ລິດຕາ ຂັດທິຍະ ເປັນ ຄະນະ
6. ທ່ານ ນາງ ແສງອາລຸນ ວົງສາທິການ ເປັນ ຄະນະ
7. ທ່ານ ພ.ອ ບຸນເລີດ ແກ້ວພຸດທະວົງ ເປັນ ຄະນະ

ຈາກນັ້ນ ໄດ້ມີການມອບ-ຮັບ ມະຕິຂໍ້ຕົກລົງດັ່ງກ່າວໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຢ່າງສົມກຽດ.

ໂອກາດດຽວກັນນີ້, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບທາງການເມືອງ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ; ພ້ອມທັງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມກ້າວໜ້າ.
ຂ່າວ: ຫັດສະດີ ສຸດດາວົງ
ພາບ:ວີນັດ ສີສຸລາດ