
ແຂວງ ອັດຕະປື ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ພະນັກງານ-ລັດຖະກອນ, ພະນັກງານບໍານານ ແລະ ບັນດາຫົວໜ່ວຍທຸລະກິດ, ໃນວັນທີ 5 ສິງຫາ 2026 ນີ້, ທີ່ຫໍປະຊຸມໃຫ່ຍຂອງແຂວງອັດຕະປື ໂດຍການເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະການປົກຄອງແຂວງອັດຕະປື ມີ ທ່ານ ພອນໄຊ ໄກສອນເສນາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື, ມີພະນັກງານ-ລັດຖະກອນ, ພະນັກງານບໍານານ, ນັກທຸລະກິດ, ແຂກຖຶກເຊີນເຂົ້າຮ່ວມ.

ພິທີດັ່ງກ່າວ ທ່ານ ນາງ ໄກ່ລະຄອນ ສົນທະລາ ຮອງຫົວໜ້າຂະແໜງຄຸ້ມຄອງພະນັກງານ-ລັດຖະກອນໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 315/ປປທ ລົງວັນທີ 1 ທັນວາ 2025. ເຊິ່ງປະທານປະເທດໄດ້ອອກລັດຖະດໍາລັດປະດັບຫຼຽນກາລະນຶກໃຫ້ພະນັກງານ-ລັດຖະກອນປະຈໍາການ ແລະ ພະນັກງານບໍານານ, ນັກທຸລະກິດ,ຜູ້ປະກອບການຂອງແຂວງ ອັດຕະປື ທັງໝົດຈໍານວນ 5,744 ທ່ານ, ຍິງ 1,660 ທ່ານໃນນີ້, ພະນັກງານ-ລັດຖະກອນ ປະຈຳການຈໍານວນ 4,003 ທ່ານ, ຍິງ 1,141 ທ່ານ; ພະນັກງານບຳນານຈໍານວນ 828 ທ່ານ, ຍິງ 265 ທ່ານ; ນັກທຸລະກິດ, ຜູ້ປະກອບການຈໍານວນ 913 ທ່ານ, ຍິງ 254 ທ່ານ. ໃນນີ້, ໄດ້ປະດັບຫຼຽນກາລະນຶກໃຫ້ພະນັກງານລັດຖະກອນແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື, ພະນັກງານບໍານານ, ນັກທຸລະກິດຜູ້ປະກອບການ ໃຫ້ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ນວນ 87 ທ່ານ, ຍິງ 20 ທ່ານ.

ໃຫ້ກຽດຕ່າງໜ້າລັດຖະບານໃນການປະດັບຫຼຽນກາລະນຶກ 50 ປີ ໃນຄັ້ງນີ້ ໂດຍແມ່ນ ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະການປົກຄອງແຂວງອັດຕະປື ຂື້ນປະດັບຫຼຽນພະນັກງານ-ລັດຖະກອນ, ພະນັກງານບໍານານ, ນັກທຸລະກິດຜູ້ປະກອບການ ຢ່າງສົມກຽດ.

ໃນໂອກາດທີ່ມີຄວາມໜາຍ ສຳຄັນນີ້ ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະການປົກຄອງແຂວງອັດຕະປື ໄດ້ກ່າວຄຳເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ທຸກຄົນ ຈົ່ງສືບຕໍ່ຮັກສາ ແລະ ພັດທະນາຜົນສຳເລັດ ໃນໄລຍະຜ່ານມາ, ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ຮ່ວມກັນປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການກໍ່ສ້າງລະບົບພື້ນຖານໂຄງລ່າງ, ສ້າງກໍາລັງ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ປະຊາຊົນ ແຂວງອັດຕະປື ມີທ່າອ່ຽງພັດທະນາຂຶ້ນເປັນກ້າວໆ.

ຂ່າວ-ພາບ: ວົງສະໄໝ