
ວັນທີ 14 ເມສາ 2026, ກົງກັບມື້ແຮມ 12 ຄໍ່າ ເດືອນ 5 ລາວ ເປັນມື້ສັງຂານລ່ວງ ຢູ່ທີ່ວັດອົງແສນສຸຂະຣານ,ບ້ານຊະແຄະ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີຫົດສົງ ແລະ ປ່ຽນຜ້າບ່ຽງ ພຣະພຸດທະຮູບ ອົງແສນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ແລະ ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາວລາວ.

ໃນພິທີ ໄດ້ຮັບກຽດເຂົ້າຮ່ວມຝ່າຍພຣະສົງມີພຣະອາຈານໃຫຍ່ ສີສະຫວາດ ເທບວົງສາ ກຳມະການສູນກາງ ອພສ, ປະທານ ອພສ ແຂວງອັດຕະປື, ພ້ອມດ້ວຍຄະນະພຣະສົງ, ຝ່າຍຄາລະວາດ ມີທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງອັດຕະປື, ພ້ອມດ້ວຍບັນດາຄະນະນຳພັກ-ລັດ ຂັ້ນແຂວງ, ເມືອງ ແລະ ມວນຊົນທົ່ວທຸກສາລະທິດເຂົ້າຮ່ວມຢ່າງໜາແໜ້ນ.

ທ່ານ ເກັດສະໜາ ພັນທະວົງ ນາຍບ້ານຊະແຄະ, ເມືອງໄຊເສດຖາໄດ້ກ່າວວ່າ: ພິທີຫົດສົງພຣະອົງແສນ ແມ່ນປະເພນີອັນເກົ່າແກ່ ທີ່ຊາວແຂວງອັດຕະປື ໄດ້ສືບທອດມາແຕ່ບັນພະບຸລຸດ ເພື່ອຄາລະວະບູຊາ ແລະ ຂໍພອນຈາກພຣະສີຣັດຕະນະໄຕ ໃຫ້ເກີດສິຣິມຸງຄຸນແກ່ຕົນເອງ ແລະ ສັງຄົມ. ພຣະພຸດທະຮູບ ອົງແສນ ເປັນພຣະພຸດທະຮູບສັກສິດ ຄູ່ບ້ານຄູ່ເມືອງ ແລະ ເປັນສູນລວມຈິດໃຈຂອງຊາວພຸດ ທີ່ປະດິດສະຖານຢູ່ວັດແຫ່ງນີ້ມາຫຼາຍຮ້ອຍປີ.

ພິທີໃນຄັ້ງນີ້ ປະກອບມີ ການໄຫວ້ພຣະຂໍອະ ນຸຍາດຫົດສົງ, ພິທີແຫ່ພຣະອົງແສນ ຈາກພັດທະສິມມາ ມາຍັງສະຖານທີ່ປະກອບພິທີ, ການຖະຫວາຍນໍ້າຫອມ ແລະ ເພື່ອໃຫ້ຄະນະນໍາຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍມວນຊົນຊາວພຸດທັງຫຼາຍໄດ້ຫົດສົງ, ຈາກນັ້ນ ໃນພິທີໄດ້ມີການບາສີສູ່ຂັວນ ໃຫ້ຄະນະນໍາຂອງແຂວງ, ຂັ້ນເມືອງ ແລະ ເຖົ້າແກ່ແນວໂຮມທີ່ເຂົ້າຮ່ວມໃນງານ ຕາມຮີດຄອງອັນດີງາມ. ນອກຈາກນັ້ນ ໃນແຕ່ລະວັດທົ່ວແຂວງອັດຕະປື, ພຣະສົງ ພ້ອມດ້ວຍເຖົ້າແກ່ແນວໂຮມ ກໍຄືຊາວພຸດທະສາດສະໜາທັງຫຼາຍ ກໍ່ໄດ້ມີການອັງເຊີນພຣະພຸດທະຮູບລົງມາເພື່ອໃຫ້ຊາວພຸດທັງຫຼາຍໄດ້ຫົດສົງຕາມຮິດຄອງປະເພນີຂອງຊາດລາວທີ່ເຄີຍປະຕິບັດກັນມາ.

ຂ່າວ: ວິເດັນ