ທ່ານ ຮອ ເມືອງໄຊ ໝື່ນຫຼວງ ຮອງກອງສືບສວນ-ສອບສວນ ຄະດີອຸ ບັດຕິເຫດ ປກສ ແຂວງອັດຕະປື ໄດ້ໃຫ້ສຳພາດເມື່ອວັນທີ 21 ເມສາ 2026 ນີ້ວ່າ: ໄລຍະ 7 ວັນ(ວັນທີ 12-18 ເມສາ 2026) ຂອງການສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຜ່ານມາ, ທົ່ວແຂວງອັດຕະປື ມີອຸບັດຕິເຫດຕາມທ້ອງທະໜົນຫຼວງເກີດຂຶ້ນທັງໝົດ 15 ລາຍ, ໃນນັ້ນ, ສົ່ງຜົນໃຫ້ມີພາຫະນະເປເພທັງໝົດ 19 ຄັນ, ເປເພສົມຄວນ 8 ຄັນ ແລະ ເປເພເລັກນ້ອຍ 11 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 21 ຄົນ, ບາດເຈັບສົມຄວນ 13 ຄົນ, ບາດເຈັບເລັກນ້ອຍ 7 ຄົນ ແລະ ເສຍຊີວິດ 1 ຄົນ, ຄິດເປັນມູນຄ່າຄວາມເສຍຫາຍເບື້ອງຕົ້ນປະມານ 350 ລ້ານກີບ, ເມື່ອທຽບໃສ່ສະຖິຕິໃນໄລນະບຸນປີໃໝ່ ປີ 2025 ຜ່ານມາຕົວເລກການເກີດອຸບັດຕິເຫດຫຼຸດລົງ 1 ລາຍ.

ສໍາລັບສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນເກີດຈາກຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນ ເຊັ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່, ໃຊ້ຄວາມໄວເກີນກຳນົດ, ການລ່ວງປ້າຍຈະລາຈອນ ແລະ ຂາດມາລະຍາດໃນການໃຊ້ລົດໃຊ້ຖະ ໜົນ. ນອກຈາກນີ້, ຍັງພົບວ່າສະພາບເຕັກນິກລົດບໍ່ຮັບປະກັນກໍເປັນປັດໄຈສຳຄັນ. ສ່ວນຈຸດທີ່ມັກເກີດເຫດຫຼາຍທີ່ສຸດ ແມ່ນບໍລິເວນທາງແຍກຕ່າງໆ ພາຍໃນເທດສະບານແຂວງ ເນື່ອງຈາກປີນີ້ມີປະລິມານຍານພາ ຫະນະສັນຈອນແອອັດຫຼາຍກວ່າທຸກປີ.
ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ, ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງອັດຕະປື ໄດ້ກຽມຄວາມພ້ອມດ້ານກຳລັງ ແລະ ພາຫະນະຮັບໃຊ້ແບບ 100% ເພື່ອເຄື່ອນໄຫວລະບາຍການສັນຈອນ ແລະ ໂຄສະນາເຜີຍແຜ່ລະບຽບການຂັບຂີ່ໃຫ້ແກ່ປະຊາຊົນ, ພະນັກງານ,ທະຫານ, ຕຳຫຼວດ ກໍຄືຊາວຕ່າງດ້າວທີ່ອາໄສຢູ່ພາຍໃນແຂວງຢ່າງທົ່ວເຖິງ.
ທ່ານ ຮອ ເມືອງໄຊ ໝື່ນຫຼວງ ຍັງໄດ້ຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນທຸກຊັ້ນຄົນ ໃຫ້ມີສະຕິລະວັງຕົວ ແລະ ເພີ່ມທະວີການເຄົາລົບກົດຈະລາຈອນຢ່າງເຂັ້ມງວດ, ໃສ່ໝວກກັນກະທົບທຸກຄັ້ງທີ່ຂັບຂີ່ລົດຈັກ, ກວດກາສະພາບເຕັກນິກລົດໃຫ້ພ້ອມໃຊ້ງານ ແລະ ທີ່ສຳຄັນແມ່ນ ດື່ມບໍ່ຂັບ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການສູນເສຍຊີວິດ ແລະ ຊັບສິນທີ່ອາດເກີດຂຶ້ນໃນທຸກກໍລະນີ.
ຂ່າວ: ຫັດສະດີ ສຸດດາວົງ