ໄລຍະຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ຢູ່ເມືອງໄຊເສດຖາ, ແຂວງອັດຕະປື ມີອຸບັດຕິເຫດເກີດຂື້ນຕາມທ້ອງທະໜົນ ທັງໝົດ 6 ຄັ້ງ, ແຕ່ບໍມີຜູ້ເສຍຊີວິດ ແລະ ສາເຫດຫຼັກຂອງການເກີດອຸບັດຕິເຫດ ແມ່ນນັກຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ.

ທ່ານ ຮ້ອຍເອກ ເພັດສະໜາ ພິຈິດ ຫົວໜ້າກອງຈະລາຈອນ ປກສ ເມືອງໄຊເສດຖາ ໄດ້ລາຍງານເມື່ອວັນທີ 20 ເມສາ 2026 ໃຫ້ຮູ້ວ່າ: ໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ຕ້ອນຮັບປີໃໝ່ ພສ 2569 ທາງເຈົ້າໜ້າທີ່ຈະລາຈອນ ປກສ ເມືອງໄຊເສດຖາ ໄດ້ສຸມໃສ່ເຮັດໜ້າທີ ວິຊາສະ ເພາະໃນການສະກັດກັ້ນສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ໂດຍການຈັດວາງກໍາລັງປະຈໍາຢູ່ຈຸດເສັ້ນທາງສໍາຄັນພາຍໃນເມືອງ ເພື່ອຕິດຕາມ ກວດການສະພາບການສັນຈອນຕາມທ້ອງທະໜົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງນັບຕັ້ງແຕ່ວັນທີ 13-17 ເມສາ 2026 ພາຍໃນເມືອງ ມີອຸປະຕິເຫດເກີດຂຶ້ນທັງໝົດ 6 ຄັ້ງ, ໃນນັ້ນ ລົດຈັກຕຳກັບລົດໃຫຍ່ 1 ລາຍ, ລົດຈັກຕຳກັບລົດໄຟຟ້າ 1 ລາຍ, ລົດຈັກຕຳກັບລົດຈັກ 3 ລາຍ, ລົດຈັກເສຍຫຼັກລົ້ມເອງ 1 ລາຍ, ມີພາຫະ ນະເປ່ເພ ທັງໝົດ 9 ຄັນ, ເປ່ເພເລັກນ້ອຍ 6 ຄັນ, ເປ່ເພສົມຄວນ 3 ຄັນ, ຄົນໄດ້ຮັບບາດເຈັບ 8 ຄົນ, ເຈັບເລັກນ້ອຍ 2 ຄົນ, ເຈັບສົມຄວນ 6 ຄົນ, ແຕ່ບໍ່ມີຜູ້ເສຍຊີວິດ ແລະ ສາເຫດຂອງການເກີດອຸບັດ ຕິເຫດ ແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາ, ຂາດສະຕິ ແລ້ວຂັບຂີ່ລົດ, ເມື່ອທຽບໃສໄລຍະປີໃໝ່ລາວຂອງປີຜ່ານມາ ອຸບັດຕິເຫດເພີ່ມຂື້ນ 2 ຄັ້ງ.

ທ່ານ ຮ້ອຍເອກ ເພັດສະໜາ ພິຈິດ ຫົວໜ້າກອງຈະລາຈອນ ປກສ ເມືອງໄຊເສດຖາ ຍັງໄດ້ຖືໂອກາດນີ້ຮຽກຮ້ອງມາຍັງນັກຂັບຂີ້ຜູ້ໃຊ້ລົດ-ໃຊ້ຖະໜົນ ບໍ່ວ່າຈະເປັນໄລຍະໃດກໍ່ຕາມ ຈົ່ງມີສະຕິສູງໃນການສັນຈອນໄປມາ, ເວລາຂັບຂີ້ຕ້ອງປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ສິ່ງສໍາຄັນເວລາດື່ມສິ່ງມຶນເມົາແລ້ວຫ້າມບໍໃຫ້ຂັບຂີພະຫະນະທຸກປະເພດ ທັງນີ້ກໍ່ເພື່ອຫຼີກລຽງຈາກການເກີດອຸບັດເຫດ ທີ່ອາດເຮັດໃຫ້ມີການສູນເສຍຊີວິດ ຫຼື ຊັບສິນ.

ຂ່າວ: ພຸດປະສົງ
ພາບ: ພະແນກຈະລາຈອນເມືອງ