
ທ່ານ ວາດສະໜາ ສີຊານົນ ພະນັກງານອາວຸໂສບຳນານ ອາດີດນັກຂ່າວ ທັງເປັນບັນນາທິການຂ່າວ ວິທະຍຸ-ໂທບະພາບແຂວງອັດຕະປື ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນແຂວງ ໃນສັນທີ 12 ສິງຫາ 2026 ນີ້ ວ່າ: ຕະຫຼອດໄລຍະ 76 ປີຜ່ານມາ, ວຽກງານສື່ມວນຊົນລາວມີການພັດທະນາຢ່າງກ້າວກະໂດດ, ຈາກຮູບແບບການລາຍງານແບບດັ້ງເດີມ ມາສູ່ການນຳໃຊ້ເຕັກໂນໂລຊີທັນສະໄໝ, ບຸກຄະລາກອນມີວິຊາຊີບສູງຂຶ້ນ ແລະ ຂອບເຂດການລາຍງານກວ້າງຂວາງກວ່າເກົ່າ ຄອບຄຸມທັງລະດັບສູນກາງ ແລະ ທ້ອງຖິ່ນ. ສື່ມວນຊົນມີບົດບາດເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເຄື່ອງມືໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ສ້າງຄວາມເຂົ້າໃຈອັນເປັນເອກະພາບໃນສັງຄົມ ພ້ອມທັງປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມສະຫງົບ ແລະ ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ໃນໄລຍະໃໝ່ນີ້ ສື່ມວນຊົນຈະຕ້ອງມີບົດບາດເລິກເຊິ່ງກວ່າເກົ່າ ໃນການສະໜັບສະໜູນການຫັນເປັນດີຈິຕອນ, ປະກອບສ່ວນສໍາຄັນໃນການໂຄສະນາ ການສ້າງເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ-ລັດ ໃນແຕ່ລະໄລຍະ.
ທ່ານ ວາດສະໜາ ສີຊານົນ ພະນັກງານອາວຸໂສບຳນານ ອາດີດນັກຂ່າວ ທັງເປັນບັນນາທິການຂ່າວ ວິທະຍຸ-ໂທບະພາບແຂວງ ຍັງຮຽກຮ້ອງເຖິງນັກສື່ມວນຊົນລຸ້ນໃໝ່ ຄວນໝັ່ນຮໍ່າຮຽນ, ຄົ້ນຄວ້າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາຊີບ ແລະ ນຳໃຊ້ເຕັກໂນໂລຊີໃໝ່ໆ ໃຫ້ທັນກັບກະແສການປ່ຽນແປງຂອງໂລກ, ໃນຂະນະດຽວກັນ ກໍ່ຕ້ອງຮັກສາຫຼັກການດ້ານຈັນຍາບັນນັກຂ່າວ, ຄວາມຖືກຕ້ອງ ແລະ ຄວາມຮັບຜິດຊອບຕໍ່ຂໍ້ມູນຂ່າວສານທີ່ນຳສະເໜີ, ເພີ່ມທະວີການລົງເລິກໃສ່ຮາກຖານ, ໃກ້ຊິດປະຊາຊົນ ເພື່ອສະທ້ອນຄວາມເປັນຈິງໃຫ້ຫຼາຍຂຶ້ນ, ພ້ອມທັງເພີ່ມການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ເພື່ອໃຫ້ການລາຍງານຂ່າວມີຄວາມວ່ອງໄວ, ທັນເຫດການ ແລະ ມີຄຸນນະພາບສູງຂຶ້ນ. ແລະ ທ່ານຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ວັນສ້າງຕັ້ງສື່ມວນຊົນ ຄົບຮອບ 76 ປີ ພ້ອມທັງສະແດງຄວາມນັບຖື ແລະ ຂອບໃຈຕໍ່ນັກສື່ມວນຊົນຮຸ້ນກ່ອນ ຜູ້ທີ່ໄດ້ອຸທິດຕົນ ຝ່າຟັນຄວາມຫຍຸ້ງຍາກ ວາງພື້ນຖານອັນໜັກແໜ້ນ ໃຫ້ແກ່ວຽກງານສື່ມວນຊົນ ຈົນສາມາດເຕີບໃຫຍ່ຂະຫຍາຍຕົວມາຮອດປັດຈຸບັນ.
ຂ່າວ: ສີຫົງ ແກ້ວຄໍາໜັ້ນ