
ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17,ມີ ງບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກການ, ອົງການລັດທຽບເທົ່າເຂົ້າຮ່ວມ.

ໃນກອງປະຊຸມທ່ານ ມີນາພອນ ໄຊສົມພູ ໄດ້ມີຄຳເຫັນວ່າ: ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະພາປະຊາຊົນແຂວງກ່ອນຈະດຳເນີນກອງປະຊຸມຂອງສະພາທຸກຄັ້ງທີ່ຜ່ານມາ, ກອງປະ ຊຸມຄັ້ງນີ້ແມ່ນນໍາເອົາເນື້ອໃນ ແລະ ບັນຫາສໍາຄັນຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງ, ສະນັ້ນ ເພື່ອເຮັດໃຫ້ການຄົ້ນຄວ້າເນື້ອໃນຫົວຂໍ້ຕ່າງໆ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸງຕາມແຜນການທີ່ວາງໄວ້, ທ່ານຍັງໄດ້ຮຽກຮ້ອງມາຍັງສະມາຊິກສະພາປະຊາຊົນແຂວງ, ຄະນະຮັບຜິດຊອບເນື້ອໃນ ແຕ່ລະຂົງເຂດທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ ເຂົ້າ ຮ່ວມຕິດ ຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງ ສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂ ຕໍ່ບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບສູງ ແລະ ມີເຫດມີຜົນ, ເພື່ອຮັບປະກັນ ແລະ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດ, ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ສອດ ຄ່ອງກັບສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ທັງສອດຄ່ອງກັບການພັດ ທະນາເສດຖະ ກິດ-ສັງຄົມໃນປັດຈຸບັນຂອງແຂວງເຮົາ.

ກອງປະຊຸມ, ຈະໄດ້ສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮ່ວມກັນຊອກວິທີແກ້ໄຂ, ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຢ່າງເລິກເຊິ່ງ ສອດຄ່ອງກັບສະພາບຕົວຈິງຫຼາຍຂື້ນ ໃນບາງຫົວຂໍ້ສໍາຄັນຄື: ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂັ້ນແຂວງ.
ຂ່າວ: ວິນັດ