
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງອັດຕະປື ຈະໄດ້ໄຂຂື້ນໃນອີກບໍດົນໜ້ານີ້, ດັ່ງນັ້ນ ເພື່ອເປັນການສ້າງຜົນງານ ແລະ ຂະ ບວນການຕ້ອນຮັບກ່າວປະຊຸມໃຫຍ່ດັ່ງກ່າວ, ປັດຈຸບັນທາງຄະນະພັກ, ຄະນະນໍາ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານລັດຖະກອນ ພ້ອມກັນອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງໜ່ວຍພັກຢ່າງເປັນຂະບວນການຟົດຟື້ນ, ມີຫຼາຍຂົງເຂດວຽກງານໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.

ທ່ານ ສຸລິຍັນ ດວງປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນອະນຸກໍາມະການຂະບວນການ ໄດ້ໃຫ້ສຳພາດເມື່ອວັນທີ 8 ພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ເທື່ອນີ້ ມີຄວາມໝາຍສຳຄັນຫຼາຍ, ດັ່ງນັ້ນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຂອງໜ່ວຍພັກເທື່ອນີ້ ເຕັມໄປດ້ວຍເນື້ອໃນສໍາຄັນ, ທາງຄະນະພັກ ໄດ້ປຸກລະດົມພາລະກຳລັງຂອງພະນັກງານ, ສະມາຊິກພັກ ໃຫ້ຫັນເຂົ້າສູ່ການສ້າງຜົນງານຕົວຈິງ, ສ້າງບັນຍາກາດຄຶກຄື້ນ ແລະ ສະແດງເຖິງຄວາມສາມັກຄີ ພ້ອມຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ. ພ້ອມນັ້ນ ໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ສຸມໃສ່ຊຸກຍູ້ ແລະ ສ້າງຂະບວນການຫຼາຍດ້ານ ເຊັ່ນ: ຂະບວນການສ້າງຜົນງານຕ່າງໆ ທີ່ຕິດພັນກັບການປະຕິບັດໜ້າທີ ວິຊາສະເພາະຂອງແຕ່ລະຂະແໜງການ ມີຫຼາຍດ້ານໄດ້ຮັບຜົນສໍາເລັດ. ນອກນັ້ນຍັງມີການຈັດກິດຈະກຳຕົບແຕ່ງສຳນັກງານ ແລະ ສະຖານທີ່ ໃຫ້ມີຄວາມສະອາດຈົບງາມ, ພ້ອມທັງຈັດກິດຈະກຳແຂ່ງຂັນສ້າງຜົນງານດີເດັ່ນໃນແຕ່ລະຂະແໜງການ ເພື່ອສ້າງບັນຍາກາດຟົດຟື້ນໃຫ້ແກ່ກອງປະຊຸມໃຫຍ່, ບັນດາຂະແໜງການ ແລະ ຮາກຖານພັກ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໂດຍການຈັດຂະບວນການຢູ່ຂັ້ນຂອງຕົນ, ສ້າງຜົນງານຕ້ອນຮັບ, ຮ່ວມກັນອະນາໄມສິ່ງແວດລ້ອມ, ຈັດກິດຈະກຳກິລາ ແລະ ໂຄສະນາປຸກລະດົມໃຫ້ມວນຊົນເຂົ້າຮ່ວມຢ່າງກວ້າງຂວາງ. ເຊິ່ງບັນຍາກາດເຫັນໄດ້ວ່າ ບັນດາພະນັກງານ, ສະມາຊິກພັກ ໃນຄັ້ງນີ້ ມີຄວາມຄຶກຄື້ນ ແລະ ກະຕືລືລົ້ນສູງ, ທຸກພາກສ່ວນຕ່າງໃຫ້ຄວາມຮ່ວມມືດີ, ສະແດງອອກເຖິງຄວາມຮັບຜິດຊອບ ແລະ ຄວາມເປັນຈິດໜຶ່ງໃຈດ່ຽວ, ສຳລັບຈຸດເດັ່ນຂອງການສ້າງຂະບວນການຄັ້ງນີ້ ແມ່ນການນຳໃຊ້ຫຼາຍຮູບການໂຄສະນາຢ່າງສ້າງສັນ, ການຈັດກິດຈະກຳປະເພດຕ່າງໆ ແລະ ການນຳເອົາສື່ທັນສະໄໝມາໃຊ້ໃນການເຜີຍແຜ່ຂ່າວສານ.

ແນວໃດກໍຕາມໃນຕໍ່ໜ້າ ຄະນະໂຄສະນາອົບຮົມແຂວງ ຈະສືບຕໍ່ຊຸກຍູ້ຂະບວນການໃຫ້ຕໍ່ເນື່ອງ ຫຼັງກອງປະຊຸມໃຫຍ່ ໂດຍຫັນຂະບວນການເຫຼົ່ານັ້ນ ໃຫ້ເປັນແຮງຈູງໃຈໃນການປະຕິບັດວຽກງານ, ຍົກສູງຄຸນນະພາບການໂຄສະນາອົບຮົມ ແລະ ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ.

ຂ່າວ: ວິເດັນ